ກໍາປູເຈຍ ພົບຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ ສາຍພັນ H5N1 ຄົນທີ່ 3 ໃນປີນີ້


ສໍານັກຂ່າວ ຊິນຮົວ ລາຍງານວັນທີ 26 ມີນາ 2025ນີ້ວ່າ: ກະຊວງສາທາລະນະສຸກກໍາປູເຈຍ ອອກມາຢືນຢັນ ກໍລະນີການເສຍຊີວິດຂອງເດັກນ້ອຍ ອາຍຸ 3 ປີ ຢູ່ແຂວງ ກະແຈ໊ະ ວ່າ: ມາຈາກການຕິດ ເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N1.
ຕາມການລາຍງານແຈ້ງວ່າ ເດັກນ້ອຍຄົນດັ່ງກ່າວ ມີອາການໄຂ້,ໄອ ແລະ ຫາຍໃຈລໍາບາກ ແລະ ເສຍຊີວິດໃນເວລາຕໍ່ມາ ເຊິ່ງຖືເປັນຜູ້ເສຍຊີວິດຈາກເຊື້ອໄວຣັສໄຂ້ຫວັດສັດປີກເປັນກໍລະນີທີ 3 ຂອງປີ 2025, ໂດຍຜົນການກວດສອບພະຍາດໃນເບື້ອງຕົ້ນ ພົບວ່າຄອບຄົວຂອງຜູ້ທີ່ເສຍຊີວິດແມ່ນ ລ້ຽງໄກ່ ແລະ ມີໄກ່ຕາຍປະມານ 5 ໂຕ, ເຫງົາອີກຫລາຍໂຕ ແຕ່ຄອບຄົວໄດ້ນໍາເອົາໄກ່ທີ່ຕາຍມາປຸງແຕ່ງເປັນອາຫານ.
ພ້ອມດຽວກັນເຈົ້າໜ້າທີ່ສາທາລະນະສຸກຍັງຈະໄດ້ສືບສວນຫາສາເຫດຂອງການຕິດເຊື້ອ ແລະ ຕິດຕາມ ຜູ້ທີ່ມີປະຫວັດຕິດພັນກັບຄົນເຈັບຢ່າງໃກ້ຊິດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໃນຊຸມຊົນຕື່ມອີກ. ພະຍາດໄຂ້ຫວັດສັດປີກທີ່ເກີດຈາກເຊື້ອໄວຣັສ H5N1 ເປັນໄຂ້ຫວັດ ທີ່ແຜ່ລະບາດໃນບັນດາສັດປີກ ແຕ່ໃນບາງກໍລະນີ, ສາມາດແຜ່ລາມຈາກສັດປີກໄປສູ່ຄົນ. ອາການຂອງພະຍາດປະກອບມີໄຂ້, ໄອ, ນໍ້າມູກໄຫລ ແລະ ພະຍາດທາງເດີນຫາຍໃຈຮຸນແຮງ.
ສາທາລະນະສຸກກຳປູເຈຍໄດ້ລາຍງານຕື່ມວ່າ ນັບແຕ່ປີ 2003 ເປັນຕົ້ນມາ ມີຜູ້ຕິດເຊື້ອໄຂ້ຫວັດສັດປີກ ສະສົມຢ່າງໜ້ອຍ 75 ຄົນ ໃນນັ້ນເສຍຊີວິດແລ້ວ 46 ຄົນ.