ໄຟໄໝ້ປ່າຢູ່ ສ.ເກົາຫລີ ລຸກລາມໜັກ ຈໍານວນຜູ້ເສຍຊີວິດເພີ່ມເປັນ 18 ຄົນ ບາດເຈັບ 19 ຄົນ


ລັດຖະບານ ສ.ເກົາຫລີ ເປີດເຜີຍຂໍ້ມູນໃນວັນທີ 26 ມີນາ ລະບຸວ່າ: ຈໍານວນຜູ້ເສຍຊີວິດຈາກເຫດການໄຟໄໝ້ປ່າຮຸນແຮງທີ່ເກີດຂຶ້ນໃນພາກພື້ນຕາເວັນອອກສຽງໃຕ້ຂອງປະເທດໃນປັດຈຸບັນມີ 18 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 19 ຄົນ.
ສ່ວນກະຊວງຍຸຕິທໍາ ສ.ເກົາຫລີ ເປີດເຜີຍວ່າ: ນັກໂທດປະມານ 500 ຄົນໃນຄຸກຢູ່ແຂວງຢອງຊັງເໜືອໄດ້ຖືກຍ້າຍໄປສະຖານທີ່ອື່ນໃນຕອນກາງຄືນເພື່ອໜີຈາກເປວໄຟ.
ນອກຈາກນີ້, ເປວໄຟທີ່ລຸກລາມເປັນວົງກວ້າງໄດ້ທໍາລາຍວັດໂກອຸນຢູ່ເມືອງອຸຍຊອງ ເຊິ່ງເປັນວັດບູຮານທີ່ສ້າງຂຶ້ນໃນປີ 681 ໃນສະໄໝລາດຊະວົງຊິວລາ (57 ປີກ່ອນຄຣິສລາດ ເຖິງ ຄສ 935). ເຖິງຢ່າງໃດກໍດີ, ສົມບັດແຫ່ງຊາດທີ່ເກັບຮັກສາໄວ້ໃນວັດແຫ່ງນີ້ໄດ້ຖືກຍ້າຍໄປສະຖານທີ່ອື່ນແລ້ວ.
ລາຍງານລະບຸວ່າ: ເຈົ້າໜ້າທີ່ໜ່ວຍມອດໄຟຂອງ ສ.ເກົາຫລີ ປະສົບຄວາມຍາກລໍາບາກໃນການຄວບຄຸມໄຟທີ່ລຸກລາມຢ່າງວ່ອງໄວ ໂດຍໄຟໄໝ້ປ່າເຊິ່ງມີຈຸດເລີ່ມຕົ້ນຢູ່ເມືອງຊານຊອງ ແຂວງຢອງຊັງເໜືອໃນວັນທີ 21 ມີນາຜ່ານມານັ້ນ ໄດ້ລຸກລາມໄປເມືອງອຸຍຊອງເຊິ່ງຢູ່ໃກ້ຄຽງ ແລະ ຈາກນັ້ນໄດ້ລຸກລາມໄປເມືອງອັນດົງ, ຊອງຊົງ, ຢອງຢາງ ແລະ ຢອງດອກ ເນື່ອງຈາກລົມພັດຮຸນແຮງ.