ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ

- WhatsApp Image 2025 03 26 at 15 - ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ
- kitchen vibe - ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ

ພິທີວາງສີລາລຶກໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ, ນະຄອນຫລວງວຽງຈັນ ຢ່າງເປັນທາງການ ດຳເນີນໄປໃນ ວັນທີ 26 ມີນາ 2025 ນີ້, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ ແມ່ນຈະສ້າງເປັນສະໜາມກິລາແບບມີສ່ວນຮ່ວມແຫ່ງທຳອິດໃນ ສປປ ລາວ ແນໃສ່ມີການນໍາໃຊ້ສະໜາມກິລາໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກໍາທີ່ຫລາກຫລາຍປະເພດກິລາ, ເປັນສະຖານທີ່ຝຶກແອບ-ຝຶກຊ້ອມ-ແຂ່ງຂັນສຳລັບນັກກິລາຄົນພິການ ແລະ ບໍ່ພິການໃນລະດັບພາກພື້ນ ແລະ ພາຍໃນປະເທດ, ທັງເປັນສະຖານທີ່ເຕົ້າໂຮມມວນຊົນ ຊາວນະຄອນຫລວງວຽງຈັນ ກໍຄືຊາວລາວທົ່ວປະເທດ ມີສະໜາມກິລາອອກກຳລັງກາຍ ຫລິ້ນກິລາ, ເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ດີໃນນະຄອນຫລວງວຽງຈັນ, ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ຄົນພິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືການພັດທະນາວຽກງານກິລາ-ກາຍຍະກໍາ ທີ່ເປັນລະບົບຄົບຊຸດ.

- WhatsApp Image 2025 03 26 at 15 - ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ

ໂຄງການດັ່ງກ່າວ ມີມູນຄ່າຫຼາຍກວ່າ 4ຕື້171,000,000 ເຢັນ ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງ ເດືອນຕຸລາ 2026 (ລວມ 22 ເດືອນ) ໂດຍແມ່ນບໍລິສັດທີ່ປຶກສາ AZUSA SEKKEI CO., LTD ແລະ ບໍລິສັດກໍ່ສ້າງ HAZAMA ANDO-TOA ROAD JV (ຍີ່ປຸ່ນ) ເປັນຜູ້ຮັບເໝົາປັບປຸງ

- WhatsApp Image 2025 03 26 at 15 - ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ

- 4 - ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ມູນຄ່າ 4,171,000,000 ເຢັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!