ທົ່ວໂລກກັງວົນໄຂ້ຫວັດສັດປີກລະບາດສູ່ມະນຸດ ພາຍຫລັງແຜ່ລະບາດໃນສັດລ້ຽງລູກດ້ວຍນົມເພີ່ມຂຶ້ນ

- 065e90733803b6e196a2eb8df445bf7d - ທົ່ວໂລກກັງວົນໄຂ້ຫວັດສັດປີກລະບາດສູ່ມະນຸດ ພາຍຫລັງແຜ່ລະບາດໃນສັດລ້ຽງລູກດ້ວຍນົມເພີ່ມຂຶ້ນ
- kitchen vibe - ທົ່ວໂລກກັງວົນໄຂ້ຫວັດສັດປີກລະບາດສູ່ມະນຸດ ພາຍຫລັງແຜ່ລະບາດໃນສັດລ້ຽງລູກດ້ວຍນົມເພີ່ມຂຶ້ນ

        ໄຂ້ຫວັດສັດປີກສາຍພັນຮຸນແຮງກໍາລັງແຜ່ລະບາດໄປສູ່ສັດລ້ຽງລູກດ້ວຍນົມເພີ່ມຂຶ້ນເລື້ອຍໆ ແລະ ມີຄົນຕິດເຊື້ອແລ້ວຫລາຍຮ້ອຍຄົນ ເຮັດໃຫ້ເກີດຄວາມກັງວົນວ່າອາດມີການແຜ່ເຊື້ອຈາກຄົນສູ່ຄົນ ແລະ ກາຍເປັນພະຍາດລະບາດໃຫຍ່ຮອບໃໝ່.

         ສັດລ້ຽງລູກດ້ວຍນົມ ຄືງົວນົມ ແລະ ແກະທີ່ລ້ຽງໃນຟາມຈະໃກ້ຊິດກັບຄົນຫລາຍ ເຮັດໃຫ້ມີໂອກາດແຜ່ເຊື້ອສູງ ຕ່າງຈາກສັດຊະນິດອື່ນທີ່ບໍ່ຄ່ອຍໄດ້ສໍາຜັດກັບຄົນ ໂດຍສ່ວນຫລາຍພົບການຕິດເຊື້ອໃນສັດລ້ຽງລູກດ້ວຍນົມໃນເຂດທະວີບອາເມລິກາ ແລະ ເອີຣົບ.

- Visit Laos Visit SALANA BOUTIQUE HOTEL - ທົ່ວໂລກກັງວົນໄຂ້ຫວັດສັດປີກລະບາດສູ່ມະນຸດ ພາຍຫລັງແຜ່ລະບາດໃນສັດລ້ຽງລູກດ້ວຍນົມເພີ່ມຂຶ້ນ

         ຫລ້າສຸດໃນວັນທີ 24 ມີນາຜ່ານມາ, ແກະໄດ້ເຂົ້າໄປຢູ່ໃນລາຍຊື່ສັດທີ່ຕິດເຊື້ອນໍາ ຫລັງຈາກລັດຖະບານອັງກິດປະກາດພົບການຕິດເຊື້ອຄັ້ງທໍາອິດໃນຟາມສັດລ້ຽງແຫ່ງໜຶ່ງໃນຢອກເຊຍ ເຊິ່ງກ່ອນໜ້ານີ້ມີການຢືນຢັນວ່າພົບເຊື້ອໄຂ້ຫວັດສັດປີກຊະນິດຮຸນແຮງ (H5N1) ໃນສັດປີກ.

         ຂະນະດຽວກັນ, ໝູກໍຖືເປັນສັດທີ່ໜ້າກັງວົນ ເພາະສາມາດຕິດເຊື້ອໄຂ້ຫວັດສັດປີກ ແລະ ໄຂ້ຫວັດຄົນພ້ອມກັນໄດ້ ສ່ຽງທີ່ໄວຣັສຈະແລກປ່ຽນຈຸລັງກັນ ກາຍເປັນໄວຣັສຊະນິດໃໝ່ທີ່ອັນຕະລາຍກວ່າເກົ່າ ແລະ ຕິດຕໍ່ສູ່ຄົນໄດ້ງ່າຍຂຶ້ນ.

       ໃນໄລຍະປີ 2016 ເຖິງ 2025 ໄຂ້ຫວັດສັດປີກໄດ້ແຜ່ລະບາດໄປຫາສັດລ້ຽງລູກດ້ວຍນົມຫລາຍຊະນິດ ນອກເໜືອຈາກການລະບາດໃນນົກປ່າ ແລະ ນົກລ້ຽງຫລາຍຮ້ອຍສາຍພັນ. ຕາມຂໍ້ມູນທີ່ຮວບຮວມໂດຍອົງການຄວາມປອດໄພດ້ານອາຫານແຫ່ງເອີຣົບ ແລະ ກະຊວງກະສິກໍາອາເມລິກາ.

         ສັດລ້ຽງລູກດ້ວຍນົມໃນທະວີບອາເມລິກາທີ່ພົບການຕິດເຊື້ອມີຫລາກຫລາຍຊະນິດ ທັງສັດລ້ຽງ ແລະ ສັດປ່າ ໄດ້ແກ່ ອັລປາກາ, ໝີ, ບອບແດດ, ແມວ, ເສືອຊິຕາ, ງົວ, ໂຄໂຢຕີ, ກະຕ່າຍ, ໂອພອດຊໍາ, ໜູນ ແລະ ແຣກຄູນ ໂດຍພົບການລະບາດຫລາຍທີ່ສຸດໃນອາເມລິກາ ແລະ ການາດາ. ນອກຈາກນັ້ນ ຍັງພົບໃນສັດທະເລ ຄືໂລມາໃນຫລາຍປະເທດ ລວມທັງຊິເລ, ເປຣູ ແລະ ອັງກິດ.

         ສ່ວນຢູ່ທະວີບເອີຣົບ ມີລາຍງານການຕິດເຊື້ອໃນໂຮນລັງ ແລະ ເຢຍລະມັນ ລວມທັງໝາຈິ້ງຈອກທີ່ພົບການຕິດເຊື້ອກະຈາຍໃນຫລາຍປະເທດທົ່ວເອີຣົບເຊັ່ນ: ແບນຊິກ, ດານມາກ, ອຽກລັງ, ອິຕາລີ, ລັດເວຍ, ໂຮນລັງ ແລະ ອັງກິດ. ນອກຈາກນີ້ ຍັງພົບໃນສັດລ້ຽງເສດຖະກິດເຊັ່ນ: ໝູຢູ່ຝຣັ່ງ ແລະ ອິຕາລີ.

       ໃນທະວີບອາຊີ ມີລາຍງານການຕິດເຊື້ອໃນແມວຢູ່ເກົາຫລີ, ໝາຢູ່ຈີນ ແລະ ໝາຈິ້ງຈອກຢູ່ຍີ່ປຸ່ນ ເຖິງວ່າຈະພົບໜ້ອຍກວ່າຢູ່ທະວີບອື່ນ, ແຕ່ສະແດງໃຫ້ເຫັນວ່າໄຂ້ຫວັດສັດປີກສາມາດແຜ່ກະຈາຍໄປທົ່ວໂລກ ສ້າງຄວາມກັງວົນໃນວົງກວ້າງກ່ຽວກັບການກາຍພັນ ແລະ ການແຜ່ເຊື້ອຈາກສັດສູ່ຄົນທີ່ອາດເກີດຂຶ້ນໄດ້.

- 3 - ທົ່ວໂລກກັງວົນໄຂ້ຫວັດສັດປີກລະບາດສູ່ມະນຸດ ພາຍຫລັງແຜ່ລະບາດໃນສັດລ້ຽງລູກດ້ວຍນົມເພີ່ມຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!