ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

- 486609451 1222484432898344 2268507680735680136 n - ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025
- kitchen vibe - ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

ວັນທີ 26 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນ ເໝີຍຫລານ, ແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ໃນລະຫວ່າງວັນທີ 26-28 ມີນາ 2025, ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ຫລີວ ເຕີ່ງຊ່ານ (Liu Dengshan), ຄະນະພັກ, ຫົວໜ້າຫ້ອງການຄະນະປຶກສາແຂວງໄຮນານ ແລະ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ທີ່ ສະໜາມບິນສາກົນ ເໝີຍຫລານ.

- 486603676 1222484436231677 5906288078129503463 n 1024x682 - ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

ການເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະໄດ້ພົບປະກັບ ທ່ານ ຕິ່ງ ເຊຍຊຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຮນານ ແລະ ຈະໄປເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາຂອງແຂວງຈໍານວນໜຶ່ງ.

- 4 - ນາຍົກລັດຖະມົນຕີ ເດີນທາງເຖິງແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!