ຮັບຮອງນໍາໃຊ້ໃບຢັ້ງຢືນຖານະທາງການຄໍາ (ຫຼັກຊັບຄໍ້າປະກັນ) ຂອງ ທະນາຄານຄໍາ ລາວ ຢ່າງເປັນທາງການ


ພິທີຖະແຫລງຂ່າວການຮັບຮອງນໍາໃຊ້ໃບຢັ້ງຢືນຖານະທາງການຄໍາ (ຫຼັກຊັບຄໍ້າປະກັນ) ຂອງ ທະນາຄານຄໍາ ລາວ ໃນການຈົດທະບຽນນໍາກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 21 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ທ່ານ ປອ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫ່ຍ ທະນາຄານຄໍາ ລາວ ພ້ອມດ້ວຍບັນດາທ່ານຜູ້ເຂົ້າຮ່ວມຈາກບັນດາກົມອ້ອມຂ້າງກະຊວງການເງິນ, ສະພາບໍລິຫາທະນາຄານຄໍາຄະນະບໍລິຫານທະນາຄານຄໍາ ລາວ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ.
ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ກ່າວວ່າ: ກົມຄຸ້ມຄອງຊັບສິນແຫ່ງລັດ ເຫັນດີ ຈົດທະບຽນໃບຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ເຂົ້າໃນປຶ້ມທະບຽນຂອງກະຊວງການເງິນ ແລະ ບັນທຶກການຢັ້ງຢືນການຊໍາລະໃຊ້ແທນໜີ້ເຂົ້າໃນລະບົບເອເລັກໂຕຣນິກຂອງກະຊວງການເງິນ ເພື່ອເຮັດໃຫ້ໃບ ຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ຈໍາກັດ ມີຄຸນຄ່າທາງດ້ານກົດໝາຍ ແລະ ສາມາດ ນໍາໃຊ້ເປັນຫຼັກຊັບຄໍ້າປະກັນ ຕາມກົດໝາຍໄດ້. ຊຶ່ງໃນການຈົດທະບຽນເອກະສານແຕ່ລະຄັ້ງ, ທະນາຄານຄໍາ ລາວ ຈະຕ້ອງໄດ້ ຊໍາລະຄ່າທໍານຽມສອດຄ່ອງຕາມລະບຽບການກໍານົດໄວ້. ໃບຢັ້ງຢືນຖານະທາງການຄໍາ ເປັນຫລັກຊັບຄໍ້າປະກັນ ຂອງທະນາຄານຄໍາ ລາວ ຈະສະຫນັບສະຫນູນໃນການເພີ່ມຄວາມສະດວກສະບາຍ ແລະ ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນໃນການເຂົ້າເຖິງສິນເຊື່ອ ເພື່ອການຫມຸນວຽນທຶນ ອັນເປັນການຊ່ວຍເສີມສະພາບຄ່ອງທາງດ້ານການເງິນ ກໍ່ຄື ທຸລະກິດໃຫ້ມີຂີດຄວາມສາມາດຫລາຍຂຶ້ນ
ໃນພິທີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນກໍໄດ້ມີຄຳເຫັນວ່າ: ການຈົດທະບຽນຈົດທະບຽນໃບຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ເຂົ້າໃນປຶ້ມທະບຽນຂອງກະຊວງການເງິນ ແລະ ບັນທຶກການຢັ້ງຢືນການຊໍາລະໃຊ້ແທນໜີ້ເຂົ້າໃນລະບົບເອເລັກໂຕຣນິກຂອງກະຊວງການເງິນ ເພື່ອເຮັດໃຫ້ໃບ ຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ມີຄຸນຄ່າທາງດ້ານກົດໝາຍ ແລະ ສາມາດ ນໍາໃຊ້ເປັນຫຼັກຊັບຄໍ້າປະກັນ ຕາມກົດໝາຍໄດ້, ຊຶ່ງຖືວ່າເປັນໝາກຜົນໃໝ່ຂອງທະນາຄານຄໍາລາວ ການນໍາສະເໜີຜະລິດຕະພັນການບໍລິການດັ່ງກ່າວນີ້ ຈະເປັນການເພີ່ມອີກຊ່ອງທາງໜຶ່ງໃນການເຂົ້າເຖິງແຫຼ່ງທຶນ ຂອງຜູ້ທີ່ຕ້ອງການແຫຼ່ງທຶນ ເຂົ້າມາພັດທະນາອຸດສາຫະກໍາຄໍາ ໃນ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ.
ໃບຢັ້ງຢືນຖານະທາງການຄໍາ ເປັນຫລັກຊັບຄໍ້າປະກັນ ທີສາມາດຂື້ນທະບຽນ ແລະ ນໍາໃຊ້ໄດ້ສຳລັບບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນໃນ ສປປ ລາວໃບຢັ້ງຢືນຖານະທາງການຄຳ ເປັນເອກະສານສໍາຄັນ ໃນຮູບແບບການຄ້ຳປະກັນດ້ວຍສັງຫາລິມະຊັບ ເຊິ່ງຖືເປັນການຊວດຈຳໃຫ້ແກ່ບັນດາທະນາຄານ ແລະ ສະຖາບັນການເງິນ ຕ່າງໆໃນ ສປປ ລາວ ພ້ອມມີຜົນສັກສິດທາງດ້ານກົດຫມາຍ ແລະ ຖືກຮອງຮັບຢ່າງເປັນທາງການ.