ນໍ້າປະປາຢູ່ນະຄອນຫຼວງຂາດແຄນ ຈະໃຫ້ເພິ່ງນໍ້າບາດານແທນ ຄືບໍ ?


ໂດຍ: ມຶກບໍ່ແຫ້ງ
ຕະຫລອດໄລຍະ 2-3 ເດືອນຜ່ານມາ ການຂາດນໍ້າປະປາ ທີ່ແກ່ຍາວ ໄດ້ສ້າງຄວາມຫຍຸ້ງຍາກແກ່ປະຊາຊົນບໍ່ໜ້ອຍ ໂດຍສະເພາະ ຍາມວັນເສົາ ອາທິດ ທີ່ຕ້ອງໄດ້ໃຊ້ນໍ້າຫຼາຍ ໃນການຊັກລ້າງ ແຕ່ນໍ້າປະປາກໍງຽບຫາຍບໍ່ກາຍມາໃຫ້ໄດ້ຊົມໃຊ້, ມີຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ.
ດັ່ງທີ່ພວກເຮົາຮູ້ກັນວ່າ ນໍ້າແມ່ນປັດໄຈພື້ນຖານທີ່ສຸດໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ບໍ່ວ່າ ຈະເປັນການດື່ມ ແລະ ການໃຊ້ຊັກລ້າງ ແລະອື່ນໆ ເພາະສະນັ້ນນໍ້າແມ່ນ ເປັນສິ່ງທີ່ຂາດບໍ່ໄດ້ຖ້າທຽບກັບປັດໄຈອື່ນໆ.
ນໍ້າບໍ່ແມ່ນສະເພາະປັດໄຈພື້ນໃນການດຳລົງຊີວິດປະຈຳວັນແຕ່ຫາກວ່າແມ່ນປັດໄຈສຳຄັນທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມ. ນໍ້າປະປາແມ່ນເຄື່ອງວັດແທກ ອັນໜຶ່ງຂອງສັງຄົມ ທີ່ມີຄວາມຈະເລີນຮຸ່ງເຮືອງເພາະຮັບປະກັນວ່າ ປະຊາຊົນສາມາດເຂົ້າແຫຼ່ງນໍ້າທີ່ສະອາດ, ປອດໄພໃນການຊົມໃຊ້ທີ່ສົ່ງເສີມສຸຂະພາບ, ສຸຂະອະນາໄມທີ່ດີຂອງປະຊາຊົນ.
ສປປລາວ ເປັນປະເທດທີ່ໄດ້ຊື່ວ່າ ມີປະລິມານນໍ້າຈືດສະເລ່ຍຕໍ່ຫົວຄົນຫຼາຍທີ່ສຸດປະເທດໜຶ່ງໃນໂລກ ແລະ ໃນເນື້ອທີ່ 23 ລ້ານເຮັກຕາພາຍໃນປະເທດນັ້ນ ແມ່ນລວມເອົາເນື້ອທີ່ຂອງນໍ້າ, ແມ່ນໍ້າ ແລະ ໜອງຕ່າງໆ ລວມກັນແລ້ວກວມເອົາກວ່າ 1 ລ້ານເຮັກຕາ ສຳລັບນະຄອນຫຼວງພວກເຮົາມີແມ່ນໍ້າຂອງໄຫຼຜ່ານທາງທິດຕາເວັນຕົກ ແລະ ສາຍນໍ້າງື່ມລຽບຢູ່ທາງທິດາເວັນອອກ ເຫັນໄດ້ວ່າສາຍນໍ້າຂອງ ແລະ ສາຂານັ້ນໄຫຼຢູ່ຕະຫຼອດປີ ເວົ້າໄດ້ວ່ານະຄອນຫຼວງວຽງຈັນມີຊັບພະຍາກອນນໍ້າທີ່ອຸດົມຮັ່ງມີ ຄວນທີ່ປະຊາຊົນເຮົາໄດ້ຮັບນໍ້າໃຊ້ຢ່າງພຽງພໍ ກັບຄວາມຮຽກຮ້ອງຕ້ອງການ ຕາມສົມຄວນທາງດ້ານເສດຖະກິດ.
ການຂາດແຄນນໍ້າປະປາໃນນະຄອນຫຼວງວຽງຈັນ ກໍຕົວເມືອງໃຫຍ່ໆນັ້ນ ສັງຄົມມອງວ່າເປັນເລື່ອງທີ່ບໍ່ຄວນໃຫ້ເປັນບັນຫາແກ່ຍາວ ເພາະກະທົບຕໍ່ຊີວິດປະຈຳວັນຂອງປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງກໍຍັງບໍ່ສາມາດໃຫ້ຂໍ້ມູນໄລຍະເວລາໃນການແກ້ໄຂຊັດເຈນ ຫຼາຍຄົນເຄີຍໂທໄປຖາມ ສາຍດ່ວນນໍ້າປະປານະຄອນຫຼວງ ແລ້ວໄດ້ຄຳຕອບວ່າ “ທາງພວກເຮົາກຳລັງກວດສອບວ່າເປັນຫຍັງນໍ້າບໍ່ມາ” ທັງທີ່ບໍ່ມາຫຼາຍມື້ແລ້ວ.
ຜູ້ຂຽນບໍ່ຢາກເວົ້າວ່າ ຂອດການບໍລິການທີ່ຍັງບໍ່ທັນສູງ, ປະສິດທິພາບ ແລະ ປະສິດທິຜົນ ຂອງການບໍລິຫານ ຄຸ້ມຄອງ ແລະແກ້ໄຂບັນຫາຍັງບໍ່ໄດ້ດີເທົ່າທີ່ຄວນ ແຕ່ກໍມີປະຊາຊົນເວົ້າໃຫ້ໄດ້ຍິນຫຼາຍເຕີບ ແລະ ເຫັນທກັນຢູ່ ບາງຄົນວ່າການທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນຈະໃຫ້ຫັນໄປຂຸດເຈາະ ນໍ້າບາດານກໍອາດບໍ່ຄັກປານໃດ ເຖິງແມ່ນວ່າ ກົດໝາຍນໍ້າ ແລະຊັບພະຍາກອນນໍ້າ ສະບັບປັບປຸງ 2017 ມາດຕາ 47 ວ່າດ້ວຍ ສິດນຳໃຊ້ນໍ້າໃຕ້ດິນ ອະນຸຍາດໃຫ້ໃຊ້ນໍ້າໃຕ້ດິນໄດ້ໃນລະດັບ 20 ແມັດກ້ອນຕໍ່ວັນໂດຍບໍ່ຕ້ອງຂໍອະນຸຍາດ ແລະ ບໍ່ໄດ້ເສຍຄ່າພັນທະກໍຕາມແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ແລະ ຖ້າເປັນຄົນຕ່າງແຂວງອາອາໄສຢູ່ຫ້ອງເຊົ່າ ຈະເຮັດແນວໃດ ? ກໍລະນີຫາກປະຊາຊົນເຈາະບາດານແຕ່ລະຄົວເຮືອນຈຳນວນຫຼາຍ ພວກເຮົາຈະຄວບຄຸມໄດ້ແນວໃດວ່າການນຳໃຊ້ຈະບໍ່ມີຜົນກະທົບຕໍ່ນໍ້າພື້ນດິນໃນນະຄອນຫຼວງວຽງຈັນ ຫຼືບໍ່?.
ຢ່າງໃດກໍຕາມ ໄລຍະເດືອນມີນາມານີ້ ນໍ້າປະປານນະຄອນຫຼວງກໍໄດ້ອອກມາຊີ້ແຈງບັນຫາກ່ຽວກັບນໍ້າປະປາບໍ່ພໍ ເປັນຕົ້ນແມ່ນກຳລັງການຜະລິດບໍ່ພໍຍ້ອນປະຊາກອນເພີ່ມຂຶນ ການພັດທະນາມີຄວາມຕ້ອງການ ບວກກັບອັດຕາສູນເສຍຂອງນໍ້າຈາກການຮົ່ວໄຫຼ ນອກຈາກນີ້ຍັງມີປະຊາຊົນຈຳນວນໜຶ່ງໄດ້ໃຊ້ໄດດູດນໍ້າໂດຍກົງ ເຮັດໃຫ້ການໄຫຼວຽນຂອງນໍ້າບໍ່ສະໝໍ່າສະເໝີ ເຊິ່ງທາງລັດຖະມົນຕີກະຊວງ ຍທຂ ແລະ ເຈົ້າຄອງນະຄອນຫຼວງວຽງຈັນກໍໄດ້ເນັ້ນໃຫ້ລັດວິສາຫະກິດນໍ້າປະປາເອົາໃຈໃສ່ໃນການແກ້ໄຂບັນຫາຕ່າງໆ ແລະ ຊຸກຍູ້ໃຫ້ວາງແຜນໃນການເລັ່ງການຜະລິດໃຫ້ພຽງພໍກັບຄວາມຕ້ອງການໂດຍໄວ.
ເພາະສະນັ້ນ, ການແກ້ໄຂບັນຫາ ກ່ຽວກັບການຂາດແຄນນໍ້າປະປາ ໃນຂອບເຂດນະຄອນຫຼວງວຽງຈັນ ໃນໄລຍະສັ້ນ, ໄລຍະຍາວຄວນໄດ້ການຈັດຕັ້ງປະຕິບັດຢ່າງຮີບດ່ວນ ແລະມີມາດຕະການແກ້ໄຂທັນການກວ່າເກົ່າ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນ, ສ້າງຄວາມສະດວກສະບາຍ ເອື້ອອຳນວຍການດຳລົງຊີວິດ ແລະການພັດທະນາເສດຖະກິດ-ສັງຄົມ ສັງຄົມລາວໂດຍລວມ.