ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ

ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ - 486064276 600352109642734 4048493943134361549 n - ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ
ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ - kitchen vibe - ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ

ຂ່າວວິທະຍຸໂທລະພາບແຂວງອຸດົມໄຊລາຍງານວ່າ: ວັນທີ 25 ມີນາ 2025 ນີ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ດັ່ງນີ້: ທົ່ວແຂວງມີແຫຼ່ງຜະລິດໄຟຟ້າ 4 ແຫ່ງ ມີກຳລັງຕິດຕັ້ງທັງໝົດ 52,085 ເມກາວັດ, ສາມາດຜະລິດພະລັງງານໄດ້ເຖິງ 217,59 ກິກາວັດໂມງຕໍ່ປີ. ໂຄງການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຢູ່ໃນຂັ້ນຕອນ MOU, PDA ແລະ CA ມີທັງໝົດ 12 ໂຄງການ ມີກໍາລັງຕິດຕັ້ງທັງໝົດ 6,500 ກວ່າເມກາວັດ.

ດ້ານການການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດພື້ນຖານ ມາດຕາສ່ວນ 1/200,000 ສໍາເລັດ 100% ຂອງເນື້ອທີ່ທົ່ວແຂວງ. ໄດ້ພົບຈຸດປາກົດແຮ່ທາດ ພ້ອມຕົວຢ່າງ ແລະ ຄ່າພິກັດ ທັງໝົດ 74 ຈຸດ ມີແຮ່ທາດ 16 ຊະນິດ ຄື: ແຮ່ເຫຼັກ, ແຮ່ທອງ, ຖ່ານຫີນ, ແຮ່ອັງຕິມອນ, ແຮ່ຄຳເຄົ້າ, ແຮ່ຄໍາຕົກຂ້ອນ, ແຮ່ຊືນ, ແຮ່ສັງກະສີ, ເກືອກິນ, ແຮ່ພາຍຣາຍ, ຫີນປູນ, ດິນໜຽວ, ຫີນກາວ, ຫີນບາຣິດ, ຊີລີຄອນ ແລະ ແຮ່ຊາຍ.

ທົ່ວແຂວງອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ທັງໝົດ 50 ບໍລິສັດ, 57 ກິດຈະການ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາ 4 ປີ ທີ່ຜ່ານມາ ສາມາດຕີລາຄາ ແລະ ຢັ້ງຢືນ ໄດ້ວ່າ: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນເຮັດຖືກຕ້ອງຕາມທິດທາງ, ແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ກົດໝາຍຂອງລັດ ແລະ ມີຫຼາຍໜ້າວຽກດຳເນີນໄປຕາມແຜນ ແລະ ບັນລຸເກີນແຜນການ.

ທີ່ມາ: ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ - 4 - ແຂວງອຸດົມໄຊ ມີກຳລັງຕິດຕັ້ງໄຟຟ້າ 52,085 ເມກາວັດ ແລະ ມີໂຄງການແຮ່ທາດ 50 ບໍລິສັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!