ລາວ-ກຳປູເຈຍ ທົບທວນຜົນງານການຮ່ວມມືດ້ານຄວາມສະຫງົບ ແລະວາງ 8 ເປົ້າໝາຍວຽກງານ ປີ 2025


ໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 25 ມີນາ 2025 ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນກໍາປູເຈຍ ປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2025 ເຂົ້າຮ່ວມເປັນປະທານ ໂດຍ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ນໍາໂດຍ ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສອງຝ່າຍໄດ້ທົບທວນການຮ່ວມມືປະຈຳປີ 2024 ທີ່ຜ່ານມາ ເປັນຕົ້ນແມ່ນການແລກປ່ຽນບົດຮຽນ ຂົງເຂດວຽກງານຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ການຮ່ວມມືຊ່ວຍເຫຼືອພົນລະເມືອງກຳປູເຈຍ ທີ່ຖືກຫຼອກລວງເຂົ້າໄປເຮັດວຽກ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ 16 ຄົນ; ການມອບ-ຮັບລົດ ທີ່ຖືກລັກມາແຕ່ກຳປູເຈຍ ຄືນໃຫ້ເຈົ້າຂອງເດີມ; ນອກນັ້ນ, ສອງຝ່າຍ ຍັງໄດ້ຮ່ວມມືສະໜັບສະໜູນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນສາກົນ ແລະ ອາຊຽນ.
ສອງຝ່າຍ ໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆ ໃນປີ 2025 ດັ່ງນີ້:
- ສືບຕໍ່ຮ່ວມມື ສະກັດກັ້ນທຸກການເຄື່ອນໄຫວຂອງພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພລະບອບການເມືອງຂອງສອງປະເທດລາວ- ກຳປູເຈຍ, ບໍ່ໃຫ້ພວກຄົນບໍ່ດີ ນໍາໃຊ້ດິນແດນຂອງປະເທດໜຶ່ງ ເພື່ອໄປກໍ່ຄວາມສະຫງົບຢູ່ອີກປະເທດໜຶ່ງ
- ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ເປັນຕົ້ນແມ່ນຂໍ້ມູນທີ່ພົວພັນເຖິງການຄ້າຂາຍຢາເສບຕິດ, ການຄ້າຂາຍອາວຸດເສິກ, ການຄ້າມະນຸດ, ການລັກລອບຄ້າຂາຍເຖື່ອນ, ການລັກລອບຕັດ- ຂົນສົ່ງໄມ້ເຖື່ອນ ລວມທັງການເຄື່ອນໄຫວຜິດກົດໝາຍອື່ນໆ
- ສືບຕໍ່ເອົາໃຈໃສ່ພ້ອມກັນສຶກສາອົບຮົມພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ທີ່ດຳລົງຊີວິດຢູ່ບໍລິເວນຊາຍແດນ ລາວ-ກຳປູເຈຍ ໃຫ້ຮັບຮູ້ເຂົ້າໃຈ,ປະຕິບັດກົດໝາຍ ແລະ ລະບຽບການ ເຂົ້າ-ອອກປະເທດ ຢ່າງຖືກຕ້ອງ, ພ້ອມກັນແກ້ໄຂບັນຫາທີ່ເກີດຂຶ້ນຕາມຊາຍແດນດ້ວຍສັນຕິວິທີ, ສອດຄ່ອງກັບລະບຽບຫຼັກການສາກົນ ແລະ ກົດໝາຍພາຍໃນ ຂອງແຕ່ລະປະເທດ
- ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ລະຫວ່າງ ກົມກອງວິຊາສະເພາະຂອງສອງກະຊວງ ທີ່ເຫັນວ່າມີຄວາມຈຳເປັນ ເພື່ອແລກປ່ຽນຖອດຖອນບົດຮຽນ ນໍາກັນຕາມບົດບັນທຶກຮ່ວມມືທີ່ສອງກະຊວງລົງນາມຮ່ວມກັນໃນປີນີ້
- ຊຸກຍູ້ເຈົ້າໜ້າທີ່ຮັບຜິດຊອບວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂອງສອງຝ່າຍ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ໃຫ້ມີການພົບປະປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດນໍາກັນ ໃຫ້ເປັນປົກກະຕິ ທັງນີ້ກໍເພື່ອສະກັດກັ້ນ ແລະ ຕ້ານການຄ້າຂາຍຢາເສບຕິດຕາມບໍລິເວນຊາຍແດນໃຫ້ໝົດໄປເທື່ອລະກ້າວ
- ຊຸກຍູ້ໃຫ້ມີການຮ່ວມມືແລກປ່ຽນບົດຮຽນ,ປະສົບການ, ຂໍ້ມູນ ແລະ ສະພາບການເຄື່ອນໄຫວ ທີ່ພົວພັນເຖິງການຫລິ້ນການພະນັນອອນລາຍ, ການສໍ້ໂກງທາງໂທລະຄົມ ແລະ ການກະທຳຜິດທາງອິນເຕີເນັດອື່ນໆ ຢູ່ສອງປະເທດ
- ຊຸກຍູ້ການຈັດຕັ້ງປະຕິບັດການໂອນຕົວຜູ້ຖືກຕັດສິນລົງໂທດ ຕາມການຕົກລົງເຫັນດີຂອງລັດຖະບານຂອງທັງສອງປະເທດ ໂດຍໃຫ້ມີການປຶກສາຫາລືວຽກງານ ແລະ ວິທີການລະອຽດ ກ່ຽວກັບວຽກງານດັ່ງກ່າວ
- ຊຸກຍູ້ເຈົ້າໜ້າທີ່ຂຶ້ນຂອງເມືອງ, ແຂວງ ແລະ ດ່ານຂອງສອງປະເທດ ໃຫ້ມີການພົບປະປຶກສາຫາລີ ເພື່ອແລກປ່ຽນສະພາບການຕ່າງໆນໍາກັນ, ພ້ອມກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມບໍລິເວນຊາຍ ແດນ ຂອງສອງປະເທດ ໃຫ້ທັນການ.
ທີ່ມາ: ກົມສື່ມວນຊົນ ປກສ