ອາເມລິກາກຽມຂຶ້ນພາສີອີກ 25% ກັບທຸກປະເທດທີ່ຊື້ນໍ້າມັນຈາກເວເນຊູເອລາ


ລັດຖະບານອາເມລິກາກຽມຂຶ້ນພາສີກັບທຸກປະເທດທີ່ຊື້ນໍ້າມັນຈາກເວເນຊູເອລາ ໃນອັດຕາ 25%.
ປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານ ໃຫ້ມີການຂຶ້ນພາສີເພີ່ມອີກ 25% ກັບປະເທດຜູ້ຊື້ນໍ້າມັນຈາກເວເນຊູເອລາ ບໍ່ວ່າຈະທາງກົງ ຫລື ທາງອ້ອມ ໂດຍຈະເລີ່ມໄວໆນີ້ ຄືວັນທີ 2 ເມສານີ້.
ຄໍາສັ່ງລະບຸອີກວ່າ: ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະ ໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງ ມີອໍານາດໃນການຕັດສິນໃຈວ່າຈະໃຊ້ມາດຕະການພາສີດັ່ງກ່າວ ຫລື ບໍ່ ແລະ ມາດຕະການພາສີ 25% ຈະມີກໍານົດຢ່າງໜ້ອຍ 1 ປີ ນັບແຕ່ມື້ສຸດທ້າຍເຊິ່ງປະເທດແຫ່ງນັ້ນນໍາເຂົ້ານໍ້າມັນຈາກເວເນຊູເອລາ ຫລື ອາດໄວກວ່ານັ້ນ ຖ້າອາເມລິກາຕັດສິນໃຈຍົກເລີກມາດຕະການກ່ອນ.
ປັດຈຸບັນ, ຈີນ ແລະ ອິນເດຍ ເປັນປະເທດທີ່ນໍາເຂົ້ານໍ້າມັນຈາກເວເນຊູເອລາຫລາຍທີ່ສຸດ. ນອກຈາກນັ້ນ ຍັງມີອາເມລິກາ ແລະ ແອັສປາຍ. ສະຖິຕິໃນເດືອນກຸມພາຜ່ານມາລະບຸວ່າ: ເວເນຊູເອລາສົ່ງອອກນໍ້າມັນໄປຈີນສູງເຖິງວັນລະປະມານ 500,000 ໂຕນ ແລະ ອີກ 240,000 ໂຕນ ໄປອາເມລິກາ.
ຂະນະດຽວກັນ, ທ່ານ ທຣໍາ ກ່າວວ່າ: ວັນທີ 2 ເມສາ ຈະເປັນວັນປະກາດອິດສະຫລະພາບຂອງເສດຖະກິດອາເມລິກາ ເນື່ອງຈາກຈະເປັນວັນທີ່ອາເມລິກາກຽມຂຶ້ນພາສີຕອບໂຕ້ ຫລື ແບບເຈາະຈົງບາງສ່ວນ ກັບປະເທດຄູ່ຄ້າທຸກແຫ່ງ ເພື່ອແກ້ໄຂນະໂຍບາຍການຄ້າລະຫວ່າງປະເທດ ເຊິ່ງອາເມລິກາເປັນຝ່າຍເສຍປຽບມາຕະຫລອດ.
ທັງນີ້, ປະເທດທີ່ຈະຕ້ອງຜະເຊີນການກວດສອບກ່ອນ ຄືກຸ່ມປະເທດທີ່ມີມູນຄ່າການຄ້າເກີນດຸນກັບອາເມລິກາຫລາຍທີ່ສຸດ ໂດຍລະດັບຂອງພາສີຕອບໂຕ້ຈະສູງ ຫລື ຕໍ່າ ຂຶ້ນຢູ່ກັບການປະຕິບັດທີ່ແຕ່ລະປະເທດເກັບພາສີຈາກອາເມລິກາ ແລະ ມາດຕະການທາງການຄ້າອື່ນທີ່ລັດຖະບານວໍຊິງຕັນເບິ່ງວ່າເປັນການເລືອກປະຕິບັດເຊັ່ນ: ພາສີມູນຄ່າເພີ່ມ.