ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ

ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ - 27129a85 a79f 434c b8f5 43a76e4c5d5f - ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ
ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ - kitchen vibe - ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ

ວັນທີ 25 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ທະນາຄານ ແຫ່ງ ສປປ ລາວ ຈັດສຳມະນາລະດັບຊາດ ຫົວຂໍ້: “ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ: ເສັ້ນທາງ ຂອງ ສປປ ລາວ ໃນການປະຕິບັດມາດຕະຖານສາກົນ ກ່ຽວກັບການຄຸ້ມຄອງ, ການບັງຄັບໃຊ້ກົດໝາຍ, ຕຸລາການ ແລະ ການຮ່ວມມືລະຫວ່າງປະເທດທາງອາຍາ” ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີບັນດາທູຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ຮູ້ວ່າ: ການສຳມະນາເນັ້ນສ້າງຄວາມຮັບຮູ້ ກ່ຽວກັບອົງການຕ້ານການຟອກເງິນ ແລະ ການສະກັດກັ້ນ-ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະ ບົດຮຽນຂອງຕ່າງເທດກ່ຽວກັບການນຳເອົາປະເທດອອກຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນ ໂດຍໄດ້ເຊື້ອເຊີນຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ມາແລກປ່ຽນບົດຮຽນ ໂດຍມີພະນັກງານຂັ້ນກົມລົງມາ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ການຟອກເງິນ ແລະ ການກໍ່ການຮ້າຍ ແມ່ນໜຶ່ງໃນບັນດາອາຊະຍາກຳຂ້າມຊາດ ຊຶ່ງເປັນບັນຫາ ພົ້ນເດັ່ນທີ່ໄດ້ເກີດຂຶ້ນ ແລະ ແຜ່ຫລາຍຢູ່ໃນພາກພື້ນ ແລະ ໃນໂລກ ດ້ວຍຫລາຍຮູບແບບ, ຫລາຍວິທີການອັນ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະເຖຍລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງບັນດາປະເທດ ໃນພາກພື້ນ ແລະ ໃນໂລກ, ທັງເປັນໜຶ່ງໃນບັນດາອາຊະຍາກຳຂ້າມຊາດ ທີ່ຕິດພັນໂດຍກົງ ກັບບັນຫາຢາເສບຕິດ, ການຄ້າອາວຸດ, ການຄ້າມະນຸດ, ການພະນັນທີ່ຜິດກົດໝາຍ, ການສໍ້ລາດບັງຫລວງ ແລະ ອື່ນໆ ໂດຍຜ່ານລະບົບທະນາຄານ ຫລື ນອກລະບົບທະນາຄານ, ສະຖາບັນການເງິນ, ອັນໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍ ແລະ ຍິ່ງໄປກວ່ານັ້ນ ໄດ້ເຮັດໃຫ້ສັງຄົມ ມີຄວາມວຸ້ນວາຍ ບໍ່ມີຄວາມສະຫງົບ ກາຍເປັນປາກົດການຫຍໍ້ທໍ້ ທີ່ກີດຂວາງການພັດທະນາປະເທດຊາດ.

ທີ່ມາ: ປະເທດລາວ

ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ - 3 - ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນຳເອົາປະເທດອອກຈາກບັນຊີສີເທົາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!