ສ.ເກົາຫລີ ຜະເຊີນໄຟໄໝ້ປ່າຮຸນແຮງ ຫລ້າສຸດມີຜູ້ເສຍຊີວິດ 4 ຄົນ-ບ້ານເຮືອນເສຍຫາຍ


ສໍານັກງານເບິ່ງແຍງປ່າໄມ້ຂອງ ສ.ເກົາຫລີ ເປີດເຜີຍວ່າ: ເຫດການໄຟໄໝ້ປ່າຢູ່ ສ.ເກົາຫລີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ໄດ້ຮັບບາດເຈັບອີກ 6 ຄົນ. ຂະນະທີ່ເຈົ້າໜ້າທີ່ໜ່ວຍມອດໄຟຍັງຕໍ່ສູ້ກັບໄຟໄໝ້ປ່າ ທ່າມກາງສະພາບອາກາດທີ່ແຫ້ງແລ້ງ ແລະ ລົມພັດຮຸນແຮງ.
ທາງການ ສ.ເກົາຫລີ ໄດ້ສົ່ງເຈົ້າໜ້າທີ່ມອດໄຟ 9,000 ກວ່າຄົນ ແລະ ເຮລິກອບແຕ 105 ລໍາໄປຄວບຄຸມໄຟຢູ່ເບື້ອງຕາເວັນອອກສຽງໃຕ້ຂອງປະເທດໃນວັນທີ 23 ມີນາ ໂດຍເຫດການໄຟໄໝ້ປ່າຄັ້ງນີ້ສົ່ງຜົນເຮັດໃຫ້ອາຄານທີ່ຢູ່ອາໄສຫລາຍແຫ່ງໄດ້ຮັບຄວາມເສຍຫາຍ.
ສ່ວນວັນທີ 24 ມີນາ, ທາງການ ສ.ເກົາຫລີ ໄດ້ສົ່ງເຮລິກອບແຕອີກ 36 ລໍາໄປ 2 ເມືອງຢູ່ແຂວງຢອງຊັງໃຕ້ ເຊິ່ງຢູ່ຫ່າງຈາກນະຄອນຫລວງເຊອຸນໄປທາງຕາເວັນອອກສຽງໃຕ້ປະມານ 250 ກິໂລແມັດ ເພື່ອຄວບຄຸມໄຟ.
ທ່ານ ຊາເວ ຊັງມົກ ຮັກສາການປະທານາທິບໍດີ ສ.ເກົາຫລີ ກ່າວໃນກອງປະຊຸມເພື່ອຮັບມືໄພພິບັດດັ່ງກ່າວວ່າ: ປະຊາຊົນຈໍານວນຫລາຍຕ້ອງອົບພະຍົບອອກໄປຢູ່ສູນອາໄສຊົ່ວຄາວ ເນື່ອງຈາກໄຟໄດ້ເຜົາຜານເນື້ອທີ່ປ່າໄມ້ 6,300 ກວ່າເຮັກຕາ.
ເຫດການໄຟໄໝ້ປ່າຢູ່ແຂວງຊານຊໍ ເຊິ່ງເກີດຂຶ້ນນັບແຕ່ວັນທີ 21 ມີນາຜ່ານມາ ມີຜູ້ເສຍຊີວິດເປັນນັກມອດໄຟແລ້ວ 4 ຄົນ, ມີຜູ້ໄດ້ຮັບບາດເຈັບ 6 ຄົນ ແລະ ບ້ານເຮືອນ 16 ຫລັງ, ໂຮງງານ 2 ແຫ່ງ, ສາງສິນຄ້າ 9 ແຫ່ງ ແລະ ວັດຂອງສາສະໜາພຸດ 2 ແຫ່ງ. ຈາກນັ້ນໄຟໄດ້ລຸກລາມໄປແຂວງຮາດົງ ເຮັດໃຫ້ປະຊາຊົນ 589 ຄົນຈາກ 387 ຄອບຄົວໃນ 2 ແຂວງດັ່ງກ່າວກາຍເປັນຜູ້ບໍ່ມີບ່ອນຢູ່ອາໄສ.
ທັງນີ້, ເຈົ້າໜ້າທີ່ມອດໄຟສາມາດຄວບຄຸມໄຟຢູ່ຊານຊອງໄດ້ປະມານ 70% ເມື່ອເວລາ 6:00 ໂມງ ຂອງວັນທີ 24 ມີນາ ຕາມເວລາທ້ອງຖິ່ນ.