ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ

ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ - 221028 01 - ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ
ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ - kitchen vibe - ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ

       ກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດຂອງ ສ.ເກົາຫລີ ຢືນຢັນພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກທີ່ມີຄວາມຮຸນແຮງສູງເພີ່ມອີກ 4 ກໍລະນີພາຍໃນເວລາບໍ່ຮອດໜຶ່ງອາທິດ ສົ່ງຜົນເຮັດໃຫ້ກໍລະນີການແຜ່ລະບາດເພີ່ມເປັນ 41 ກໍລະນີແລ້ວໃນລະດູການນີ້.

        ກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ເປີດເຜີຍໃນວັນທີ 24 ມີນາວ່າ: ມີລາຍງານພົບການແຜ່ລະບາດ 4 ກໍລະນີຢູ່ຟາມສັດປີກໃນ 3 ເມືອງທີ່ຢູ່ຕິດກັນໃນພາກກາງຂອງປະເທດ ໄດ້ແກ່ ຊອນອັນ, ເຊຈົງ ແລະ ຊອງຈູ ນັບແຕ່ວັນທີ 19 ມີນາ.

ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ

        ການລະບາດກໍລະນີຫລ້າສຸດເກີດຂຶ້ນໃນວັນທີ 21 ມີນາ ຢູ່ຟາມແຫ່ງໜຶ່ງໃນເຊຈົງ ເຊິ່ງມີໄກ່ 89,000 ໂຕ ຖືເປັນກໍລະນີທີ 41 ທີ່ມີການຢືນຢັນຢູ່ ສ.ເກົາຫລີ ນັບແຕ່ມີການລາຍງານການລະບາດຄັ້ງທໍາອິດຂອງລະດູການໃນວັນທີ 29 ຕຸລາ 2024.

        ກະຊວງດັ່ງກ່າວລະບຸວ່າ: ການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກຄັ້ງຫລ້າສຸດມີທ່າອ່ຽງຈະສົ່ງຜົນກະທົບຕໍ່ອຸປະທານໄຂ່ໄກ່ໃນວົງຈໍາກັດ, ແຕ່ຍັງຕ້ອງຕິດຕາມສະຖານະການຕໍ່ໄປ.

        ທັງນີ້, ນັບແຕ່ທ້າຍເດືອນຕຸລາປີຜ່ານມາ ໄກ່ປະມານ 1.8% ຈາກທັງໝົດ 77.6 ລ້ານໂຕ ຢູ່ ສ.ເກົາຫລີ ຖືກກໍາຈັດເພື່ອຄວບຄຸມການແຜ່ລະບາດຂອງໄຂ້ຫວັດສັດປີກ.

ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ - 4 - ສ.ເກົາຫລີ ໄຂ້ຫວັດສັດປີກລະບາດຕໍ່ເນື່ອງໃນຟາມ ພົບແລ້ວ 41 ກໍລະນີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!