ນະຄອນຫລວງພະບາງ ມີການລົງທຶນພາຍໃນ 53 ໂຄງການ ແລະ ຕ່າງປະເທດ 19 ໂຄງການ ລວມມູນຄ່າ 173 ລ້ານກວ່າໂດລາ


ທ່ານ ສະເຫວີຍ ສີລາວັນ ຮອງເຈົ້ານະຄອນ ຫລວງພະບາງ ໄດ້ຜ່ານບົດສະຫລຸບ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2020-2024) ໃຫ້ຮູ້ວ່າ: ນະຄອນຫລວງພະບາງ ໄດ້ກຳນົດ 6 ເປົ້າໝາຍຕົ້ນຕໍ ເຮັດໃຫ້ ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງນະຄອນຫລວງພະບາງຂະຫຍາຍຕົວໃນລະດັບສະເລ່ຍ 6.9% ຕໍ່ປີ, ລວມຍອດລາຍຮັບຜົນຜະລິດພາຍໃນ ບັນລຸໄດ້ 3,989 ຕື້ກວ່າກີບ ເກີນແຜນ 931 ຕື້ກວ່າກີບ, ສະເລ່ຍໄດ້ 39 ລ້ານກ່ວາກີບ ຫລື ເທົ່າກັບ 1,897 ໂດລາສະຫະລັດ ຕໍ່ຄົນ ຕໍ່ປີ.


ອັນພົ້ນເດັ່ນ ແມ່ນການລົງທຶນຢູ່ ນະຄອນຫລວງພະບາງ ມີທັງໝົດ 72 ໂຄງການ, ມູນຄ່າທັງໝົດ 174 ລ້ານກວ່າໂດລາ ໃນນີ້, ມີໂຄງການລົງທຶນພາຍໃນ 53 ໂຄງການ ລວມມູນຄ່າ 140 ລ້ານກວ່າໂດລາ ແລະໂຄງການລົງທຶນຂອງຕ່າງປະເທດ 19 ໂຄງການ ລວມມູນຄ່າ 33 ລ້ານກວ່າໂດລາ, ທຶນຊ່ວຍເຫລືອລ້າຈາກຕ່າງປະເທດ ມີ 23 ໂຄງການ ລວມມູນຄ່າ 18 ຕື້ກວ່າກີບ, ທຶນສົມທົບຂອງປະຊາຊົນ ລວມມູນຄ່າ 1 ຕື້ກວ່າກີບ ແລະ ທຶນເອກະຊົນພາຍໃນ ມູນຄ່າ 304 ລ້ານກີບ.
ຜົນສຳເລັດທີ່ພົ້ນເດັ່ນ ໄລຍະຜ່ານມາໄດ້ເຮັດໃຫ້ ນະຄອນຫວງພະບາງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນໍາພາຂອງພັກ ລາຍຮັບມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ພິເສດແມ່ນ ລາຍຮັບຈາກການບໍລິການທ່ອງທ່ຽວ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ ເຖິງວ່າງົບປະມານການລົງທຶນຂອງລັດ ພົບຄວາມຫຍຸ້ງຍາກ ແຕ່ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດຢູ່ ນະຄອນ ຫລວງພະບາງ ມີທ່າອ່ຽງເພີ່ມຂຶ້ນ ໂຄງລ່າງພື້ນຖານຮັບໃຊ້ໃຫ້ແກ່ການຜະລິດ ການບໍລິການສືບຕໍ່ໄດ້ຮັບການຍົກລະດັບ ໂດຍສະເພາະແມ່ນ ການກໍ່ສ້າງເສັ້ນທາງເບຕົງເຂົ້າບ້ານ, ເສັ້ນທາງເຂົ້າຫາສະຖານທີທ່ອງທ່ຽວ, ການຂະຫຍາຍສິ່ງອໍານວຍຄວາມສະດວກຮອງຮັບການທ່ອງທ່ຽວ ນັບມື້ເພີ່ມຂຶ້ນ ແລະ ອື່ນໆ.
ທີ່ມາ: ໂທລະພາບແຂວງຫລວງພະບາງ