ຊາວອິດສະລາແອນປະທ້ວງທ່ານ ເນທັນຢາຮູ ຕໍ່ຕ້ານລັດຖະບານ ພ້ອມສະໜັບສະໜູນການເຈລະຈາຊ່ວຍເຫລືອຕົວປະກັນ


ຊາວອິດສະລາແອນຈໍານວນຫລາຍຊຸມນຸມໃຫຍ່ໃນເມືອງເທລອາວີບ ເພື່ອຕໍ່ຕ້ານລັດຖະບານ ແລະ ປະທ້ວງທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ພ້ອມສະໜັບສະໜູນການເຈລະຈາເພື່ອຊ່ວຍເຫລືອຕົວປະກັນ ພາຍຫລັງທ່ານ ເນທັນຢາຮູ ຕັດສິນໃຈເປີດປະຕິບັດການທາງທະຫານຢູ່ເຂດກາຊາອີກ ເພື່ອກົດດັນໃຫ້ກຸ່ມຮາມັດປ່ອຍຕົວປະກັນທັງໝົດທີ່ຄວບຄຸມໄວ້ນັບແຕ່ການໂຈມຕີອິດສະລາແອນຄັ້ງໃຫຍ່ໃນວັນທີ 7 ຕຸລາ 2023.
ຜູ້ຊຸມນຸມສ່ວນຫລາຍເບິ່ງວ່າ: ການຕັດສິນໃຈຂອງທ່ານ ເນທັນຢາຮູ ຈະຍິ່ງເຮັດໃຫ້ຕົວປະກັນຕົກຢູ່ໃນອັນຕະລາຍ, ທ່ານມັກບໍ່ຄໍານຶງເຖິງຄວາມປອດໄພຂອງປະຊາຊົນ. ຜູ້ຊຸມນຸມບາງຄົນສະແດງຄວາມເຫັນວ່າ: ທ່ານ ເນທັນຢາຮູ ຄືສັດຕູອັນຕະລາຍທີ່ສຸດຂອງອິດສະລາແອນ.
ກອງທັບອິດສະລາແອນອ້າງວ່າ: ກຸ່ມຮາມັດປະຕິເສດຈະຂະຫຍາຍໄລຍະເວລາການຢຸດຍິງໄລຍະທໍາອິດ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 19 ມັງກອນຜ່ານມາອອກໄປອີກ. ຂະນະທີ່ກຸ່ມຮາມັດປະຕິເສດຂໍ້ກ່າວຫາດັ່ງກ່າວ ພ້ອມລະບຸວ່າ: ອິດສະລາແອນເປັນຝ່າຍລະເມີດຂໍ້ຕົກລົງຢຸດຍິງທີ່ຮ່ວມໄກ່ເກ່ຍໂດຍກາຕາ, ອີຢິບ ແລະ ອາເມລິກາ.
ການໂຈມຕີຄັ້ງຫລ້າສຸດທີ່ຖະຫລົ່ມໃສ່ພື້ນທີ່ຂ່ານຢູນິສທາງພາກໃຕ້ຂອງເຂດກາຊາ ເຮັດໃຫ້ທ່ານ ຊາລາ ອັລ-ບາດາວີລ ຜູ້ນໍາທາງການເມືອງລະດັບສູງຂອງກຸ່ມຮາມັດ ພ້ອມພັນລະຍາຂອງທ່ານເສຍຊີວິດ ໂດຍທ່ານ ເນທັນຢາຮູ ລະບຸວ່າ: ການເຈລະຈາຢຸດຍິງຕໍ່ຈາກນີ້ຈະຕ້ອງດໍາເນີນໄປພາຍໃຕ້ສະຖານະການສູ້ຮົບເທົ່ານັ້ນ, ພ້ອມປະກາດເຕືອນຊາວປາແລັສຕິນຢູ່ເຂດກາຊາໃຫ້ຢຸດການພົວພັນກັບກຸ່ມຮາມັດ ແລະ ອົບພະຍົບໄປພື້ນທີ່ປອດໄພ.
ອ້າງອີງ: