ລມຕ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເອກອັກຄະລັດຖະທູດ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ
March 23, 2025 - 3:00 PM


ວັນທີ 21 ມີນາ 2025 ນີ້, ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ ໃນນີ້ ມີ:
- ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ.
- ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ.
- ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ.
- ທ່ານ ສິດສັງຄົມ ສີສະເກດ ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາຕາ ປະເທດ ອິນໂດເນເຊຍ.
ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີ ທີ່ບັນດາສະຫາຍໄດ້ຮັບການແຕ່ງຕັ້ງໃນການລົງຕໍາແໜ່ງສໍາຄັນໃນຄັ້ງນີ້, ຮຽກຮ້ອງໃຫ້ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂົງເຂດວຽກງານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນນັບມື້ດີຂຶ້ນ, ພ້ອມທັງ ໄດ້ຍົກໃຫ້ເຫັນການຊ່ວຍເຫລືອດ້ານຕ່າງໆ ຂອງບັນດາປະເທດທີ່ໄປປະຈໍາ ຕໍ່ ສປປ ລາວ ເພື່ອເຮັດໃຫ້ປະເທດຊາດຜົນປະໂຫຍດສູງສຸດ ພ້ອມນີ້, ຍັງໄດ້ ອວຍພອນໃຫ້ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້.