ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

- 485142747 1131925375628434 7234752925947652057 n - ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
- kitchen vibe - ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດການສະແດງສິລະປະ-ວັນນະ ຄະດີ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານ-ທະຫານຕ່ຳຫລວດ, ບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພ້ອມດ້ວຍ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

- 485803044 1131925488961756 1842287289255991034 n 1024x682 - ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການສະແດງສິລະປະ-ວັນນະຄະດີ ໃນຄັ້ງນີ້ ແມ່ນວຽກໜຶ່ງທີ່ເປັນການປະກອບສ່ວນສຳຄັນ ເຂົ້າໃນການສຶກສາອົບຮົມ ໃຫ້ຄົນຮຸ່ນໃໝ່ເຫັນໄດ້ເຖິງມູນເຊື້ອການນຳພາອັນພິລະອາດຫານ, ລະອິດລະອ້ຽວ ຫຍຸ້ງຍາກ ແລະ ສ່ອງແສງເຖິງໄຊຊະນະ ທີ່ສະຫງ່າງາມຂອງພັກເຮົາ ໃນການນໍາພາຕະຫລອດໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ການນຳພາສ້າງສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ໂດຍຜ່ານເນື້ອຮ້ອງ ທຳນອງເພງ ແລະ ບັນດາບົດຟ້ອນ, ບົດສະແດງຕ່າງໆ.

- 486334681 1131925585628413 1938119069734069655 n 1024x682 - ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ການສະແດງສິລະປະໃນຄັ້ງນີ້, ມີນັກສະແດງ, ນັກຮ້ອງມາຈາກຫລາຍພາກສ່ວນ ເປັນຕົ້ນ ກອງສິລະປະ ກອນແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ວິທະຍາໄລສິລະປະແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ ເຊິ່ງບັນດາສິລະປິນ, ນັກຮ້ອງ, ນັກສະແດງ ໄດ້ພ້ອມກັນນຳເອົາລາຍການສະແດງຕ່າງໆ ທີ່ມີເນື້ອໃນສັນລະເສີນການນຳພາອັນປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຫລຸດພົ້ນ ອອກຈາກແອກຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ແລະ ຕະຫລອດ 50 ປີຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ, ປະເທດຊາດໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ.

ທີ່ມາ: ໜັງສືພິມ ປະເທດລາວ

- 3 - ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!