ປະຢັດ ບໍ່ຟູມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ


ໂດຍ: ລຳເງິນ
ຕົ້ນທຶນຊີວິດຂອງຄົນບໍ່ຄືກັນ ການດໍາລົງຊີວິດຍ່ອມປະສົບທັງຫຍຸ້ງຍາກ ຫລື ອ່າວສະດວກໜ້ອຍຫລາຍຕ່າງກັນ, ແຕ່ທີ່ຍົກບັນຫານີ້ຂຶ້ນມາໃນທ່າມຄວາມຫຍຸ້ງຍາກ, ທຸກການໃຊ້ຈ່າຍຕ້ອງຄໍານຶງເຖິງການປະຢັດ ບໍ່ຟູມເຟືອຍ ແລະ ພະຍາຍາມຫາລາຍຮັບ ທີ່ປອດໃສຂາວສະອາດມາຕື່ມ (ຫລາຍຄົນອາດຄັນແຂ້ວວ່າ“ຈະເອົາຫຍັງມາປະຢັດ ມັນມີຈໍາກັດຢູ່ແລ້ວ ເວົ້າເລື່ອງເງິນ ຫລື ຈະປະຢັດແນວໃດ ມັນບໍ່ມີຮອດຈະຈ່າຍຊໍ້າ”. ຄວາມຈິງແລ້ວ, ການປະຢັດ ບໍ່ແມ່ນການທ້ອນໃຫ້ລວຍ ແຕ່ເປັນການໃຊ້ຈ່າຍ ທີ່ກຸ້ມຄ່າມີປະໂຫຍດ.
ບັນຫາທີ່ພວກເຮົາປະສົບພົບພໍ້ໃນຕະຫລອດ 3-4 ປີຜ່ານມານີ້ ເປັນຕົ້ນແມ່ນເງິນກີບອ່ອນຄ່າ, ຄ່າແຮງບໍ່ພໍໃຊ້, ຄ່າຄອງຊີບສູງ, ລາຄານໍ້າມັນເຊື້ອໄຟພຸ່ງຂຶ້ນ ພັດມາເປັນພາລະສ້າງຄວາມຫຍຸ້ງຍາກຕື່ມ.ໃນຊຸມປີຜ່ານມາ ປະເທດເຮົາພົບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍດ້ານການເງິນ-ງົບປະມານ ຊຶ່ງທັງພາກລັດ ແລະ ເອກະຊົນ ກໍຄືທົ່ວສັງຄົມ ໄດ້ຊ່ວຍກັນຄໍ້າຊ່ວຍກັນຊູຕາມເງື່ອນໄຂໃຜລາວ. ບໍ່ມີໃຜທີ່ບໍ່ຢາກສະດວກສະບາຍ, ແຕ່ຊີວິດຈິງ ບໍ່ຄືຝັນ.
ແນວໃດກໍດີ, ຄວາມຫຍຸ້ງຍາກຍ່ອມຄຽງຄູ່ກັບຄວາມສະດວກ, ຕ່າງແຕ່ວ່າໜ້ອຍ ຫລື ຫລາຍເທົ່ານັ້ນ ຊຶ່ງບົນເສັ້ນທາງກ້າວໄປໜ້າປາສະຈາກບໍ່ໄດ້ອຸປະສັກ ຄວາມຫຍຸ້ງຍາກນານາປະການຕ້ອງການໃຫ້ມີສະຕິ, ອົດທົນ, ສູ້ຊົນໃຫ້ຜ່ານຜ່າ. ປະຢັດໄດ້ກໍປະຢັດ ປະຢັດເສດຖະກິດໃຊ້ຈ່າຍໃຫ້ກຸ້ມ, ໃຊ້ເວລາຫາຢູ່ຫາກິນດ້ວຍຄວາມສຸຈະລິດໃຫ້ຫລາຍກວ່າເວລາໄປທ່ຽວສ້າງສັນ ຕັດບັນຫາທີ່ເປັນສິນຄ້າຟູມເຟືອຍ, ງົດງານສັງສັນ, ງົດຄວາມອວດອົ່ງລົງ ໃຫ້ໄດ້ໄວເທົ່າທີ່ຈະເຮັດໄດ້.
ພວກເຮົາ ສ້າງເກາະປ້ອງກັນ ໂດຍສົ່ງເສີມການຜະລິດພາຍໃນນັ້ນ, ເຂັ້ມແຂງໃນຄອບຄົວຢ່າງເປັນຮູບປະທໍາຍືນຍົງແລ້ວຫລື ບໍ່? ລັດສົ່ງເສີມການປະຢັດ-ຕ້ານການຟູມເຟືອຍຕາມດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການ ຟູມເຟືອຍ, ດໍາລັດວ່າດ້ວຍການປະຢັດ ແລະ ອະນຸລັກພະລັງງານ…ປະສົບຜົນສຳເລັດໜ້ອຍຫລາຍແນວໃດ? ຕ່າງຄົນຕ່າງເຮັດໜ້າທີ່ໃຜລາວ. ເບື້ອງລັດ ເຮັດແລ້ວກໍຕ້ອງກວດກາວ່າໄດ້ຫລືບໍ່ໄດ້ ?ຖ້າບໍ່ໄດ້ຈະເຮັດຈະແກ້ໄຂແນວໃດ? ເອົາເປັນວ່າ ທັງພາກລັດ-ເອກະຊົນ ກໍຄືທົ່ວສັງຄົມ ຕ້ອງເປັນເຈົ້າການປະຕິບັດຢ່າງແຂງແຮງແລະໃຫ້ເປັນຮູບປະທໍາ ເພື່ອເກີດຜົນດີຢ່າງໃຫຍ່ຫລວງຕໍ່ການພັດທະນາ ຖ້າບໍ່ປະຢັດ ຫລື ຍັງພາກັນຟູມເຟືອຍອີກ ບັນຫາຈະຖືກບົ່ມ ຖືກກອງໄວ້ ສຸດທ້າຍກໍຕ້ອງແບກຫາບໜັກ, ແຕ່ເຊື່ອວ່າອີກບໍ່ດົນຄວາມຫຍຸ້ງຍາກຈະຄ່ອຍໝົດໄປ.