Facebook ເປີດຕົວ Messenger Kids ແອັບແຊສໍາລັບເດັກ
December 8, 2017 - 11:27 AM


Facebook ເປີດຕົວແອັບພິເຄຊັ່ນ Messenger Kids ແອັບແຊສໍາລັບເດັກນ້ອຍ ໃຫ້ຜູ້ປົກຄອງຄວບຄຸມການໃຊ້ງານໄດ້.
ເມື່ອທ້າຍອາທິດຜ່ານມານີ້, Facebook ເປີດຕົວແອັບພິເຄຊັ່ນ Messenger Kids ແອັບແຊສໍາລັບເດັກນ້ອຍ ໂດຍສະເພາະ Messenger Kids ຈະມີຟີເຈີ ແລະ ລູກຫຼິ້ນຫຼັກໆ ຄືກັບ Messenger ປົກກະຕິ ແຕ່ຈະເພີ່ມຟີເຈີທີ່ໃຫ້ຜູ້ປົກຄອງສາມາດຄວບຄຸມການໃຊ້ງານໄດ້ເຂົ້າມາ ໂດຍຜູ້ປົກຄອງຈະສາມາດເລືອກໄດ້ວ່າຈະອະນຸຍາດໃຫ້ລູກສາມາດລົມກັບໃຜໄດ້ແດ່ ຊຶ່ງຕາບໃດທີ່ຜູ້ປົກຄອງຍັງບໍ່ອະນຸຍາດ ລູກກໍຈະບໍ່ສາມາດລົມກັບໝູ່ເພື່ອນຄົນນັ້ນໄດ້.
ນອກຈາກນີ້ແອັບ Messenger Kids ຍັງບໍ່ມີໂຄສະນາ ແລະ ຈະບໍ່ມີການເກັບຂໍ້ມູນຜູ້ໃຊ້ທີ່ເປັນເດັກ ໄປໃຊ້ໃນການໂຄສະນາອີກດ້ວຍ ແນວໃດກໍຕາມໃນຂະນະນີ້ Messenger Kids ຈະເປີດໃຫ້ໃຊ້ງານສະເພາະໃນສະຫະລັດອາເມລິການກ່ອນ ສ່ວນໃນປະເທດອື່ນໆ ຍັງບໍ່ມີການເປີດເຜີຍວ່າຈະໃຊ້ງານໄດ້ເມື່ອໃດ.