ທ່ານ ທຣໍາ ສັ່ງຍົກເລີກສະຖານະຜູ້ອົບພະຍົບ 530,000 ຄົນ ຂີດເສັ້ນຕາຍເນລະເທດ ໃນເດືອນເມສາ 2025


ລັດຖະບານອາເມລິກາຂອງປະທານາທິບໍດີ ໂດນັລ ທຣໍາ ກໍາລັງຍົກເລີກສະຖານະທາງກົດໝາຍຊົ່ວຄາວຂອງຜູ້ອົບພະຍົບຈາກກູບາ, ເຮຕິ, ນິກາລາກົວ ແລະ ເວເນຊູເອລາ ລວມແລ້ວຫລາຍກວ່າເຄິ່ງລ້ານຄົນ ພ້ອມທັງຈະມີການຂັບອອກນອກປະເທດ.
ຕາມປະກາດຂອງລັດຖະບານກາງ ຜູ້ອົບພະຍົບທີ່ບໍ່ມີສະຖານະຈະໄດ້ຮັບຄໍາເຕືອນໃຫ້ອອກຈາກອາເມລິກາ ກ່ອນໃບອະນຸຍາດ ແລະ ການຄຸ້ມຄອງຈາກການເນລະເທດຈະຖືກຍົກເລີກ ໃນວັນທີ 24 ເມສານີ້.
ຜູ້ອົບພະຍົບ 530,000 ຄົນ ທີ່ເຂົ້າມາໃນອາເມລິກາ ພາຍໃຕ້ໂຄງການ CHNV ຫລື Cubans, Haitians, Nicaraguans, and Venezuelans (CHNV) ເຊິ່ງເປັນໂຄງການສ້າງຕັ້ງຂຶ້ນໃນຍຸກປະທານາທິບໍດີ ໂຈ ໄບເດັນ ໃນປີ 2022 ເພື່ອອະນຸຍາດໃຫ້ມີການຍ້າຍຖິ່ນຖານຢ່າງຖືກກົດໝາຍ, ແຕ່ໃນພາຍຫລັງໄດ້ຖືກໂຈະ ເມື່ອທ່ານ ທຣໍາ ເຂົ້າຮັບຕໍາແໜ່ງ.
ໂຄງການດັ່ງກ່າວ ອະນຸຍາດໃຫ້ຜູ້ອົບພະຍົບ ແລະ ສະມາຊິກໃນຄອບຄົວທີ່ໃກ້ຊິດ ສາມາດເດີນທາງເຂົ້າອາເມລິກາໄດ້ ຖ້າພວກເຂົາມີຜູ້ສະໜັບສະໜູນຊາວອາເມລິກາ ແລະ ຢູ່ໃນສະຖານະຜູ້ອົບພະຍົບຊົ່ວຄາວເປັນເວລາ 2 ປີ ເຊິ່ງຕອນນັ້ນຝ່າຍບໍລິຫານຂອງທ່ານ ໄບເດັນ ລະບຸວ່າ: CHNV ຈະຊ່ວຍຢຸດຢັ້ງການຂ້າມຊາຍແດນຢ່າງຜິດກົດໝາຍ ບໍລິເວນຊາຍແດນຕອນໃຕ້ຂອງອາເມລິກາ.
ໃນຂະນະທີ່ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມອອກມາຂັດແຍ່ງວ່າ: ຝ່າຍບໍລິຫານຊຸດກ່ອນຕົວະອາເມລິກາ. ນະໂຍບາຍຂອງທ່ານ ໄບເດັນ ເປັນການມອບໂອກາດໃຫ້ຜູ້ອົບພະຍົບເຂົ້າມາຍາດຊີງວຽກຢູ່ໃນອາເມລິກາ ແລະ ບັ່ນທອນແຮງງານອາເມລິກາ, ບັງຄັບໃຫ້ລັດຖະກອນປະຈໍາສົ່ງເສີມໂຄງການ ເຖິງວ່າພົບມີການສໍ້ໂກງ ແລະ ລັດຖະບານ ໄບເດັນ ກ່າວໂທດພັກຣີພັບລິກັນ ວ່າມີສ່ວນເຮັດໃຫ້ເກີດຄວາມວຸ້ນວາຍ ລວມທັງອາດຊະຍາກໍາພາຍໃນປະເທດ.
ເຖິງຢ່າງໃດກໍດີ, ຜູ້ອົບພະຍົບພາຍໃຕ້ໂຄງການ CHNV ບາງຄົນ ອາດໄດ້ຮັບອະນຸຍາດໃຫ້ຢູ່ຕໍ່ໃນບາງກໍລະນີ.