ອາຈານມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ 2 ທ່ານ ແລະ ຮອງສາດສະດາຈານ 15 ທ່ານ

- 485145321 1111683270759002 8038621235537866090 n - ອາຈານມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ 2 ທ່ານ ແລະ ຮອງສາດສະດາຈານ 15 ທ່ານ
- kitchen vibe - ອາຈານມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ 2 ທ່ານ ແລະ ຮອງສາດສະດາຈານ 15 ທ່ານ

ກະດານຂ່າວ ມຊ ລາຍງານວ່າ: ວັນທີ 21 ມີນາ 2025 ນີ້ ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີ ມອບ-ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ໃຫ້ແກ່ຜູ້ມີຜົນງານຂອງມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ຕຳແໜ່ງສາດສະດາຈານ ມີ 2 ທ່ານຄື:

- Visit Laos Visit SALANA BOUTIQUE HOTEL - ອາຈານມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ 2 ທ່ານ ແລະ ຮອງສາດສະດາຈານ 15 ທ່ານ

1. ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ເປັນສາດສະດາຈານສາຂາກົດໝາຍອາຍາ

2.ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນສາດສະດາຈານສາຂາປະຫວັດສາດການພັດທະນາ.

ຕຳແໜ່ງຮອງສາດສະດາຈານ ຈຳນວນ 15 ທ່ານ (ຍິງ 6 ທ່ານ)ຄື:

  1. ທ່ານ ນາງ ພູວັນ ສຸກສົມຫວັງ ເປັນຮອງສາດສະດາຈານສາຂາຟີຊິກສາດ,
  2. ທ່ານ ສັກໄຊ ໂສມປະເສີດ ເປັນຮອງສາດສະດາຈານສາຂາຟິຊິກສາດ ( ທໍລະນີຟີຊິກ),
  3. ທ່ານ ສຸລິວັນ ຫລ້າໜໍ່ສະຫວັນ ເປັນຮອງສາດສະດາຈານສາຂາຊີວະວິທະຍາ (ອະນຸກົມວິຖານພືດ),
  4. ທ່ານ ນາງ ຄຳຟ້າ ຈັນທະວົງສາ ເປັນຮອງສາດສະດາຈານ ສາຂາຊີວະວິທະຍາ,
  5. ທ່ານ ສົມມິດ ທຸມມາລີ ຮອງສາດສະດາຈານ ສາຂາວິທະຍາສາດຄອມພີວເຕີ,
  6. ທ່ານ ນາງ ຕຸລາພອນ ແກ້ວແກ່ນ ເປັນຮອງສາດສະດາຈານ ສາຂາຊີວະວິທະຍາ,
  7. ທ່ານ ປອ. ນາງ ລັດສະໝີ ຈິດຕະວົງ ເປັນຮອງສາດສະດາຈານ ສາຂາວິທະຍາສາດຄອມພິວເຕີ,
  8. ທ່ານ ປອ. ລີຊັດເຕີ ລີເລ່ຍນູ ເປັນຮອງສາດສະດາຈານ ສາຂາຄະນິດສາດ,
  9. ທ່ານ ທອງສຸກ ໄຊບຸນເຮືອງ ເປັນຮອງສາດສະດາຈານສາຂາຄະນິດສາດ,
  10. ທ່ານ ປອ. ຄຳເພັດ ບຸນນະດີ ເປັນຮອງສາດສະດາຈານສາຂາເຕັກໂນໂລຊີຂໍ້ມູນຂ່າວສານ,
  11. ທ່ານ ແສງລັດສະໝີ ຈັນທະມີນາວົງ ເປັນຮອງສາດສະດາຈານສາຂາວິສະວະກຳຄອມພິວເຕີ,
  12. ທ່ານ ນາງ ມະໂນລົມ ຈັນທະວົງ ເປັນຮອງສາດສະດາຈານ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ,
  13. ທ່ານ ປອ. ທະນັນ ໂຄດປະທຸມ ເປັນຮອງສາ ດສະດາຈານ ສາຂານິເວດວິທະຍາສັດປ່າ,
  14. ທ່ານ ປອ. ນາງ ດາວວີ ກອງມະນີລາ ເປັນຮອງສາດສະດາຈານ ສາຂາອາຫານສັດ ແລະການຈັດການ
  15. ທ່ານ ປອ. ສາຍໃຈ ສີລາເດດ ເປັນຮອງສາດສະດາຈານ ສາຂາສັງຄົມສົງເຄາະສຳລັບການຈັດສັນຍົກຍ້າຍ.

ທີ່ມາ: ກະດານຂ່າວ ມຊ

- 3 - ອາຈານມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບຕຳແໜ່ງວິຊາການຂັ້ນ ສາດສະດາຈານ 2 ທ່ານ ແລະ ຮອງສາດສະດາຈານ 15 ທ່ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!