ພັກປະຊາຊົນປະຕິວັດລາວ ກໍາເນີດ ແລະ ເຕີບໃຫຍ່ບົນເສັ້ນທາງການຕໍ່ສູ້ປະຕິວັດ


ໂດຍ: ທິດກໍ່າ
ມາຮອດປີ 2025 ພັກເຮົາມີອາຍຸຄົບຮອບ 70 ປີພໍດີ (22/3/1955 – 22/3/2025) ພັກປະຊາຊົນປະຕິວັດລາວມີຕົ້ນກໍາເນີດຈາກພັກກອມມູນິດອິນດູຈີນ ເຊິ່ງນໍາພາໂດຍປະທານ ໂຮ່ຈີມິງ ພາລະກິດໃນໄລຍະນັ້ນແມ່ນເຮັດໜ້າທີ່ຕີຕ້ານຈັກກະພັດຝຣັ່ງທີ່ເຂົ້າມາຮຸກຮານຢຶດເອົາສາມປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເປັນຫົວເມືອງຂຶ້ນ.
ຕໍ່ມາພາຍຫລັງພັກກອມມູນິດອິນດູຈີນມີການເຕີບໃຫຍ່ຂະຫຍາຍຕົວຈຶ່ງໄດ້ແຍກພັກອອກມາເປັນສາມພັກພໍໃຜພໍມັນຈົນມາຮອດປັດຈຸບັນນີ້. ສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພັກປະຊາຊົນປະຕິວັດລາວທີ່ໄດ້ກໍາເນີດ ແລະ ເຕີບໃຫຍ່ໝັ້ນຄົງມາຮອດທຸກວັນນີ້ແມ່ນບົນເສັ້ນທາງແຫ່ງການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດຊາດອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ຕະຫລອດໄລຍະປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນເປັນເວລາຍືດເຍື້ອຍາວນານເກືອບສະຕະວັດຈຶ່ງສາມາດຍາດເອົາໄຊຊະນະກ້າວຂຶ້ນມາກໍາອໍານາດຢ່າງເບັດເຊັດນັບແຕ່ປີ 1975 ເປັນຕົ້ນມາຈົນຮອດທຸກວັນນີ້.
ເວົ້າໄດ້ວ່າຕະຫລອດ 70 ປີແຫ່ງການຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາພັດທະນາປະເທດຊາດ ພັກເຮົາໄດ້ຜ່ານພົ້ນໄລຍະປະຫວັດສາດມາແລ້ວ 4 ສະໄໝ ເປັນຕົ້ນໄລຍະທີໜຶ່ງ ແມ່ນຍຸກຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ໝາຍເຖິງຈັກກະພັດຝຣັ່ງນັ້ນເອງ.
ໄລຍະທີສອງ ແມ່ນຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ໝາຍເຖິງຈັກກະພັດອາເມລິກາ ແລະ ລູກແຫລ່ງຕີນມື.
ໄລຍະທີສາມ ແມ່ນຊ່ວງປະເທດຊາດໄດ້ຮັບການປົດປ່ອຍໃໝ່ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະນີ້ແມ່ນນັບແຕ່ປີ 1975-1986 ອັນເປັນຊ່ວງຮໍາບາດແຜສົງຄາມ ທັງປົກປັກຮັກສາ ແລະ ທັງສ້າງສາປະເທດຊາດໄປພ້ອມໆກັນ.
ສ່ວນໄລຍະທີສີ່ ແມ່ນນັບແຕ່ປີ 1986 ມາຮອດປັດຈຸບັນ ເອີ້ນວ່າໄລຍະສ້າງສາພັດທະນາປະເທດຊາດບົນເສັ້ນທາງແຫ່ງການປ່ຽນແປງໃໝ່ຂອງພັກ.
ໃນຕະຫລອດໄລຍະ 70 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ພັກເຮົາໄດ້ມີບົດຮຽນ, ມີປະສົບການທີ່ໄດ້ສະສົມໄວ້ໃນແຕ່ລະຍຸກແຕ່ລະສະໄໝ, ມາຮອດປັດຈຸບັນ ພັກເຮົາຍິ່ງເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບໄປຕາມຂະບວນວິວັດແຫ່ງການສ້າງສາພັດທະນາປະເທດຊາດ ດ້ວຍບາດກ້າວອັນໜັກແໜ້ນ ແລະ ໝັ້ນຄົງ. ພັກປະຊາຊົນປະຕິວັດລາວຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ ຈົ່ງໝັ້ນຍືນຕະຫລອດໄປ.