ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ

- 222 7 - ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ
- kitchen vibe - ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ

       ສະໜາມບິນຮີດໂທໃນນະຄອນຫລວງລອນດອນຂອງອັງກິດ ປະກາດປິດໃຫ້ບໍລິການຊົ່ວຄາວ ຫລັງເກີດໄຟໄໝ້ສະຖານີໄຟຟ້າໃກ້ຄຽງໃນເມືອງເຮຍ ທາງຕາເວັນຕົກຂອງລອນດອນ ສົ່ງຜົນເຮັດໃຫ້ເກີດໄຟຟ້າດັບໃນພື້ນທີ່ສະໜາມບິນ ແລະ ກະທົບເຮືອນ 16,300 ກວ່າຫລັງ.

       ເບື້ອງຕົ້ນຄາດວ່າສະໜາມບິນຮີດໂທອາດຈະປິດເຖິງ 23:59 ໂມງ ຕາມເວລາທ້ອງຖິ່ນ ໂດຍຜົນຈາກການປິດສະໜາມບິນກະທັນຫັນສົ່ງຜົນເຮັດໃຫ້ຖ້ຽວບິນຢ່າງໜ້ອຍ 120 ຖ້ຽວບິນ ຕ້ອງປ່ຽນເສັ້ນທາງບິນໄປລົງຈອດຢູ່ສະໜາມບິນອື່ນ.

- Visit Laos Visit SALANA BOUTIQUE HOTEL - ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ

        ຂະນະທີ່ເບື້ອງຕົ້ນ ເວັບໄຊກວດສອບພິກັດຖ້ຽວບິນ Flightradar24 ປະເມີນວ່າ: ຈະມີຖ້ຽວບິນຢ່າງໜ້ອຍ 1,351 ຖ້ຽວບິນ ທີ່ໄດ້ຮັບຜົນກະທົບຈາກການປິດສະໜາມບິນຮີດໂທ ເຊິ່ງເປັນສະໜາມບິນໜາແໜ້ນທີ່ສຸດຂອງອັງກິດ.

        ດ້ານໂຄສົກສະໜາມບິນຮີດໂທເຕືອນວ່າ: ຈະມີຄວາມຂັດຂ້ອງໃນມໍ່ໆນີ້ ແລະ ໄດ້ແຈ້ງຜູ້ໂດຍສານບໍ່ໃຫ້ເດີນທາງໄປສະໜາມບິນບໍ່ວ່າຈະໃນສະຖານະການໃດໆຈົນກວ່າສະໜາມບິນຈະເປີດໃຫ້ບໍລິການອີກ.

ອ້າງອີງ:

- 3 - ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!