ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

- 485202832 1075342341302114 8971317139321500667 n - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
- kitchen vibe - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ລາຍງານຜົນ ການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫລວງຢູ່ແຂວງອັດຕະປື ວັນທີ 20 ມີນາ 2025 ນີ້ວ່າ:

ໄລຍະເດືອນເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງິນຈຳນວນ 2,000,000 ໂດລາສະຫະລັດໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາ ເຂດແດນ ເມືອງປາກຊ່ອງ ແຂວງຈໍາປາສັກ.

- Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ

ຮອດວັນທີ 30 ສິງຫາ 2024 ອົງການສືບສວນ-ສອບສວນ ປກສ ແຂວງ ອັດຕະປື ໄດ້ຮັບຄໍາຮ້ອງຟ້ອງຂອງຫ້ອງວ່າການແຂວງວ່າ: ທ້າວ ສຸລິໄຊ ສຸລິຍາໄລ (ທ້າວ ໝູ) ພະນັກງານຂອງຫ້ອງວ່າການແຂວງ, ສ້າງເອກະສານປອມ ເພື່ອຖອນເງິນບ້ວງດັ່ງກ່າວອອກໄປນໍາໃຊ້ໂດຍບໍ່ຖືກຕ້ອງ ແລ້ວເອົາຕົວຫຼົບໜີ.

ວັນທີ 4 ທັນວາ 2024 ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່ ແລະ ສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ສາມາດກຳນົດເປົ້າໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂຶ້ນຕື່ມ ໂດຍສະເພາະ ບັນດາແຫຼ່ງງົບປະມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປໂດຍບໍ່ຖືກຕ້ອງ. ພົບເຫັນຜົນເສຍຫາຍເງິນໂດລາສະຫະລັດ 2,523,800 ໂດລາສະຫະລັດ, ເງິນກີບ 17,373,754,429 ກີບ ແລະ ເງິນດົງ 1,500,000,000 ດົງ.

ຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງຮ່ວມກັນໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໜຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະອຽດຄື:

1). ໄດ້ອອກຄຳສັ່ງເປິດການສືບສວນ-ສອບສວນ ຜູ້ຖືກຫາທັງໝົດ 37 ຄົນ, ຍິງ 17 ຄົນ; ກັກຕົວ 21 ຄົນ, ຍິງ 8 ຄົນ (ເປັນພະນັກງານລັດ 14 ຄົນ, ຍິງ 4 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 1 ຄົນ), ເສຍຊີວິດ 1 ຄົນ, ຜູ້ປະກອບການ 7 ຄົນ, ຍິງ 4 ຄົນ ໃນນີ້: ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ 15 ຄົນ ລາຍລະອຽດຄື:

  • ທ້າວ ສຸລິຈັນ ພອນແກ້ວ ອະດີດຫົວໜ້າຫ້ອງວ່າການແຂວງ ໃນນັ້ນມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 5 ຄົນ.
  • ທ້າວ ຄຳເຜີຍ ໂສມຖາວອນ ອະດີດຫົວໜ້າພະແນກການເງິນແຂວງ.
  • ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນໄລຍະດຳເນີນຄະດີ) ໃນນັ້ນມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ 9 ຄົນ ແລະ ອີກ 1 ຄົນ ຊື່ ທ້າວ ສູນນະຄອນ ແກ້ວ ວຽງຄຳ ອະດີດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ

ຜ່ານການດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນິນທຸລະກິດບໍ່ຖືກຕ້ອງ ແລະ ແລກປ່ຽນເງິນຕາຕ່າງປະເທດຊະຊາຍ 22 ຄົນ, ໃນນີ້ມີຄົນຕ່າງປະເທດ 1 ຄົນ (ເປັນຄົນໄທ).

2). ເກັບກູ້ເຄື່ອງຂອງກາງຄະດີ ຄືນໄດ້ຄື: ເງິນກີບ 18,475,762,500 ກີບ, ເງິນບາດ 59,400 ບາດ, 57,000 ໂດລາສະຫະລັດ, ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2,793.4 ກຣາມ, ທີ່ດິນ 77 ຕອນດິນ, ລົດຈິບ 5 ຄັນ, ລົດກະບະ 3 ຄັນ, ລົດຈັກ 3 ຄັນ ແລະ ອາຍັດລົດຈິບ 2 ຄັນ, ໂທລະສັບມືຖື 18 ເຄື່ອງ, ປະເພດໄມ້ດູ່ 5,067 ແມັດກ້ອນ, ປະເພດໄມ້ຈິກ 7,736 ແມັດກ້ອນ, ປະເພດໄມ້ເຊືອກ 24,447 ແມັດກ້ອນ.
3). ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫຼຸບຜົນການສືບສວນ-ສອບສວນ ຄະດີສໍ້ລາດບັງຫຼວງບ້ວງເງິນ 2,000,000 (ສອງລ້ານໂດລາສະຫະລັດ) ແລະ ບ້ວງເງິນອື່ນໆຢູ່ແຂວງອັດຕະປື ສຳເລັດໂດຍພື້ນຖານ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງ ສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ຂ່າວສານອອນລາຍ ແຂວງອັດຕະປື

- 5 - ແຂວງອັດຕະປື ກວດພົບ ແລະ ກັກຕົວ ພ້ອມຢຶດຊັບ ພະນັກງານແຂວງ 21 ຄົນ ຮ່ວມກັນສໍ້ໂກງ ເສຍຫາຍ 2.5 ລ້ານກວ່າໂດລາ ແລະ 17.3 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!