ສິງກະໂປແຈກເງິນອຸດໜູນບໍານານໃຫ້ປະຊາຊົນ 570,000 ກວ່າຄົນ

- 20250107 People Walking Danial Zahrin 27 - ສິງກະໂປແຈກເງິນອຸດໜູນບໍານານໃຫ້ປະຊາຊົນ 570,000 ກວ່າຄົນ
- kitchen vibe - ສິງກະໂປແຈກເງິນອຸດໜູນບໍານານໃຫ້ປະຊາຊົນ 570,000 ກວ່າຄົນ

       ຊາວສິງກະໂປທີ່ມີຄຸນສົມບັດຜ່ານເກນຫລາຍກວ່າ 570,000 ຄົນ ຈະໄດ້ຮັບເງິນອຸດໜູນລະຫວ່າງ 400-1,000 ໂດລາສິງກະໂປ ພາຍໃນເດືອນມີນານີ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໂດຍພາກລັດ ເພື່ອເພີ່ມເງິນສະສົມ ສໍາລັບອາຍຸບໍານານຂອງແຮງງານສູງໄວ.

        ສໍານັກຂ່າວຊິນຮົວລາຍງານວ່າ: ການແຈກເງິນຄັ້ງນີ້ເປັນງວດທໍາອິດຂອງໂຄງການໂບນັດລາຍໄດ້ ແລະ ເງິນສະສົມ ເຊິ່ງລິເລີ່ມໃນປີ 2024 ຕາມແຜນງົບປະມານ 9,000 ລ້ານໂດລາສິງກະໂປ ເພື່ອໃຫ້ການສະໜັບສະໜູນເພີ່ມຕື່ມຊາວສິງກະໂປທີ່ເກີດລະຫວ່າງປີ 1960-1973 ເຊິ່ງລັດຖະບານຖືເປັນຜູ້ສູງອາຍຸລຸ້ນໃໝ່ທີ່ປັດຈຸບັນມີອາຍຸລະຫວ່າງ 52-65 ປີ.

- Visit Laos Visit SALANA BOUTIQUE HOTEL - ສິງກະໂປແຈກເງິນອຸດໜູນບໍານານໃຫ້ປະຊາຊົນ 570,000 ກວ່າຄົນ

       ນອກຈາກເກນອາຍຸແລ້ວ, ຜູ້ຮັບເງິນອຸດໜູນນີ້ຕ້ອງຜ່ານຫລັກເກນສໍາຄັນ ເຊິ່ງລວມທັງການມີວຽກເຮັດໂດຍມີລາຍໄດ້ສະເລ່ຍຕໍ່ເດືອນ 500-600 ໂດລາສິງກະໂປ ໃນປີປະເມີນກ່ອນໜ້ານີ້ ແລະ ເປັນເຈົ້າຂອງອະລັງຫາລິມະຊັບບໍ່ເກີນ 1 ແຫ່ງ ໂດຍຜູ້ມີລາຍໄດ້ສະເລ່ຍຕໍ່ເດືອນຕໍ່າກວ່າ ຈະໄດ້ຮັບເງິນອຸດໜູນສູງກວ່າ.

       ເງິນອຸດໜູນພາຍໃຕ້ໂຄງການໂບນັດລາຍໄດ້ ແລະ ເງິນອອມ ຈະຖືກໂອນເຂົ້າບັນຊີກອງທຶນສໍາຮອງລ້ຽງຊີບສູນກາງຂອງພົນລະເມືອງໂດຍອັດຕະໂນມັດ ເຊິ່ງກອງທຶນສໍາຮອງລ້ຽງຊີບສູນກາງ ເປັນລະບົບສະສົມເງິນ ແລະ ບໍານານພາກບັງຄັບ ສໍາລັບຊາວສິງກະໂປ ແລະ ຜູ້ອາໄສຖາວອນໃນໄວເຮັດວຽກ ເພື່ອສະໜັບສະໜູນດ້ານບໍານານ, ການເບິ່ງແຍງສຸຂະພາບ ແລະ ທີ່ຢູ່ອາໄສ.

- 4 - ສິງກະໂປແຈກເງິນອຸດໜູນບໍານານໃຫ້ປະຊາຊົນ 570,000 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!