ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ

- 485760946 1130160405804931 7219409151534339338 n - ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ
- kitchen vibe - ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ

ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ ໃຫ້ບັນດາສະຫາຍ ການນຳ, ອະດີດການນຳ ຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

- 485334264 1130160495804922 8691257974698665690 n 1024x682 - ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ

ບັນດາການນໍາ ພັກ-ລັດ ທີ່ໄດ້ຮັບການປະດັບຫລຽນໃນຄັ້ງນີ້ປະກອບມີ: ອະດີດເລຂາທິການໃຫຍ່, ປະທານປະເທດ 2 ສະຫາຍ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ (ຄົນປັດຈຸບັນ), ບັນດາສະຫາຍ ກົມການເມືອງສູນກາງພັກ ແລະ ອະດີດກຳມະການກົມການເມືອງສູນກາງພັກ ຈຳນວນ 16 ສະຫາຍ, ບັນດາ ສະຫາຍ ຄະນະເລຂາທິການສູນກາງພັກ ແລະ ອະດີດການນໍາ ພັກ-ລັດ ຈຳນວນ 7 ສະຫາຍ. ພ້ອມນີ້, ຍັງໄດ້ ປະດັບໃຫ້ບັນດາສະຫາຍ ຮອງປະທານສະພາແຫ່ງຊາດ, ອະດີດຮອງປະທານສະພາແຫ່ງຊາດ ແລະ ອະດີດການນຳພັກ, ລັດ ຈຳນວນ 8 ສະຫາຍ.

- 485141196 1130160542471584 3174008895791649838 n 1024x682 - ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ

ການປະດັບຫລຽນໃນຄັ້ງນີ້, ເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ແລະ ຜົນງານ ອັນໃຫຍ່ຫລວງ ຂອງບັນດາການນຳ, ອະດີດການນຳ ພັກ – ລັດ ທີ່ໄດ້ອຸທິດຕົນ ເຂົ້າໃນການປະຕິບັດໜ້າທີ່ ນຳພາ-ຊີ້ນຳ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ, ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ປະຊາຊົນຢູ່ດີກິນດີ, ມັ່ງຄັ່ງເຂັ້ມແຂງ. ພ້ອມນີ້, ຍັງເປັນການຢັ້ງຢືນ ແລະ ຈາລຶກສັນລະເສີນຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍສະມາຊິກພັກ, ພະນັກງານປະຕິວັດອາວຸໂສ ຜູ້ທີ່ມີຄຸນງາມຄວາມດີ, ອຸທິດເຮື່ອແຮງ, ສະຕິປັນຍາ ປະກອບສ່ວນປະຕິບັດໜ້າທີ່ວຽກງານ ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫລອດໄລຍະຜ່ານມາ ໃຫ້ຮຸ່ງເຮືອງສີວິໄລ ຈົນຮອດປັດຈຸບັນ.

- 3 - ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳແລະ ອະດີດການນຳຂັ້ນສູງ ພັກ-ລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!