ທ່ານ ທຣໍາ ລົງນາມຄໍາສັ່ງຍຸບກະຊວງສຶກສາທິການ ຊີ້ໄຮ້ປະໂຫຍດ ທຸ້ມງົບການສຶກສາສູງ ແຕ່ຄະແນນທົດສອບນັກຮຽນຕໍ່າ

- 111 12 - ທ່ານ ທຣໍາ ລົງນາມຄໍາສັ່ງຍຸບກະຊວງສຶກສາທິການ ຊີ້ໄຮ້ປະໂຫຍດ ທຸ້ມງົບການສຶກສາສູງ ແຕ່ຄະແນນທົດສອບນັກຮຽນຕໍ່າ
- kitchen vibe - ທ່ານ ທຣໍາ ລົງນາມຄໍາສັ່ງຍຸບກະຊວງສຶກສາທິການ ຊີ້ໄຮ້ປະໂຫຍດ ທຸ້ມງົບການສຶກສາສູງ ແຕ່ຄະແນນທົດສອບນັກຮຽນຕໍ່າ

       ປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານ ເພີ່ມເລີ່ມຕົ້ນການຍຸບກະຊວງສຶກສາທິການຂອງລັດຖະບານກາງອາເມລິກາ ໂດຍຖືເປັນການປະຕິບັດຕາມຄໍາສັນຍາທີ່ໃຫ້ໄວ້ລະຫວ່າງຫາສຽງຕໍ່ກຸ່ມຜູ້ສະໜັບສະໜູນຝ່າຍອະນຸລັກນິຍົມ.

      ພິທີລົງນາມຄໍາສັ່ງດັ່ງກ່າວມີຂຶ້ນທ່າມກາງໂຕະຂອງນ້ອງນັກຮຽນທີ່ອ້ອມຮອບທ່ານ ທຣໍາ ໃນຫ້ອງຕາເວັນອອກຂອງທໍານຽບຂາວ ເຊິ່ງຜົນຈາກຄໍາສັ່ງນີ້ເຮັດໃຫ້ນາງ ລິນດາ ແມັກມາຮອນ ລັດຖະມົນຕີວ່າການກະຊວງສຶກສາທິການອາເມລິກາ ຕ້ອງດໍາເນີນງານທີ່ຈໍາເປັນທັງໝົດ ເພື່ອອໍານວຍຄວາມສະດວກໃນການຍຸບກະຊວງສຶກສາທິການ ແລະ ຄືນອໍານາດດ້ານການສຶກສາໃຫ້ລັດຕ່າງໆ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ລົງນາມຄໍາສັ່ງຍຸບກະຊວງສຶກສາທິການ ຊີ້ໄຮ້ປະໂຫຍດ ທຸ້ມງົບການສຶກສາສູງ ແຕ່ຄະແນນທົດສອບນັກຮຽນຕໍ່າ

       ໂດຍການກໍານົດນະໂຍບາຍດ້ານການສຶກສາຂອງອາເມລິກາເກືອບທັງໝົດຈະກັບໄປຢູ່ພາຍໃຕ້ການເບິ່ງແຍງຂອງແຕ່ລະລັດ ແລະ ຄະນະກໍາມະການທ້ອງຖິ່ນ ເຊິ່ງຖືເປັນທ່າອ່ຽງທີ່ສ້າງຄວາມກັງວົນຕໍ່ກຸ່ມສະໜັບສະໜູນເສລີພາບທາງການສຶກສາ.

       ທ່ານ ທຣໍາ ກ່າວກ່ອນລົງນາມ ອ້າງເຖິງເຫດຜົນໃນການຍຸບກະຊວງສຶກສາທິການ ເນື່ອງຈາກຄວາມຈໍາເປັນໃນການຄືນອໍານາດຄວບຄຸມການສຶກສາໃຫ້ລັດຕ່າງໆ, ພ້ອມຍົກບັນຫາຄະແນນທົດສອບດ້ານການສຶກສາຂອງນ້ອງນັກຮຽນອາເມລິກາທີ່ຢູ່ໃນລະດັບຕໍ່າເມື່ອທຽບໃສ່ການລົງທຶນຕໍ່ນັກຮຽນທີ່ຂ້ອນຂ້າງສູງ.

       ເຖິງຢ່າງໃດກໍຕາມ, ການຍຸບກະຊວງໃດໆກໍຕາມໂດຍສົມບູນຈະຕ້ອງຜ່ານຄວາມເຫັນພ້ອມຈາກສະພາຄອງເກຣດ ເຊິ່ງທ່ານ ທຣໍາ ຍັງບໍ່ມີສຽງສະໜັບສະໜູນພຽງພໍ. ຂະນະດຽວກັນຍັງອາດຕ້ອງຜະເຊີນການຍື່ນຟ້ອງຄັດຄ້ານຕໍ່ສານ.

       ໂດຍທ່ານ ແຄໂຣໄລ ລີວິດ ໂຄສົກທໍານຽບຂາວ ກ່າວກ່ອນການລົງນາມວ່າ: ຄໍາສັ່ງດັ່ງກ່າວຈະມີຜົນເພື່ອຫລຸດຂະໜາດຂອງກະຊວງລົງ, ແຕ່ໜ້າທີ່ສໍາຄັນບາງຢ່າງເຊັ່ນ: ການໃຫ້ກູ້ຢືມເງິນເພື່ອການສຶກສາ ແລະ ການບໍລິຫານເງິນຊ່ວຍເຫລືອສໍາລັບນັກຮຽນທີ່ມີຄວາມສ່ຽງຈະຍັງຢູ່ພາຍໃຕ້ການເບິ່ງແຍງຂອງກະຊວງສຶກສາທິການ.

       ທ່ານທີຂອງທ່ານ ທຣໍາ ມີຂຶ້ນຫລັງຈາກອາທິດຜ່ານມາ, ກະຊວງສຶກສາທິການອາເມລິກາປະກາດຈະເລີກຈ້າງພະນັກງານເກືອບເຄິ່ງໜຶ່ງ ໂດຍຖືເປັນໜຶ່ງໃນຄວາມພະຍາຍາມຫລ້າສຸດເພື່ອປັບໂຄງສ້າງລັດຖະບານອາເມລິກາ.

        ຂະນະທີ່ພັກເດໂມແຄຣດ ແລະ ຜູ້ສະໜັບສະໜູນການສຶກສາປະນາມການກະທໍາຂອງທ່ານ ທຣໍາ ວ່າບໍ່ພຽງແຕ່ເປັນອີກຕົວຢ່າງໜຶ່ງຂອງການໃຊ້ອໍານາດເກີນຂອບເຂດຂອງປະທານາທິບໍດີ, ແຕ່ຍັງເປັນຄວາມພະຍາຍາມທີ່ຈະທໍາຮ້າຍນັກຮຽນທົ່ວປະເທດ.

ອ້າງອີງ:

- 4 - ທ່ານ ທຣໍາ ລົງນາມຄໍາສັ່ງຍຸບກະຊວງສຶກສາທິການ ຊີ້ໄຮ້ປະໂຫຍດ ທຸ້ມງົບການສຶກສາສູງ ແຕ່ຄະແນນທົດສອບນັກຮຽນຕໍ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!