ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ - WhatsApp Image 2025 03 21 at 09 - ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ - kitchen vibe - ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ກໍຄື ປະຊາຊົນນະຄອນຫຼວງວຽງຈັນ ພວມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ 3 ວັນປະຫວັດສາດ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ ທີ່ຈະມາເຖິງນີ້. ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ນະສະຖານທີ່ສັກກະລະບູຊາແຫ່ງນີ້ ຄະນະພັກ, ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນໍາພາໂດຍ ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ໄດ້ນໍາເອົາກະຕ່າດອກໄມ້ທີ່ສວຍສົດງົດງາມ ແລະ ແສນຫອມຫວນທີ່ສຸດສະດຸດີຕໍ່ໜ້າຮູບປັ້ນຫຼໍ່ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ.


ຕະຫຼອດ 70 ປີຜ່ານມາ ແມ່ນໄລຍະທີ່ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງໜ້າປະຫວັດສາດອັນມະຫັດສະຈັນໃຫ້ແກ່ຊາດ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄລຍະທີ່ພັກປະຊາຊົນ ປະຕິວັດລາວ ໄດ້ທົດສອບ ແລະ ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຜ່ານແປວໄຟທີ່ລະອິດລະອ້ຽວ, ເຕັມໄປດ້ວຍຂວາກໜາມ, ພາຍຸລົມແດງ ຊຶ່ງມີທັງໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ເສຍໄຊ ດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ແຕ່ກໍເປັນໄລຍະເວລາທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າງາມໃນປະຫວັດສາດຂອງປະເທດເຮົາ, ບັນດາທ່ານຜູ້ນຳນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າທີ່ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອຍາດເອົາປະເທດຊາດ ແລະ ຄວາມເປັນອິດສະຫຼະພາບມາໃຫ້ປວງຊົນລາວທັງຊາດ. ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນ ປະຕິວັດລາວ ຍາມໃດກໍມີຄວາມຈົງຮັກພັກດີ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ.


ໃນໂອກາດທີ່ປະເທດຊາດຂອງພວກເຮົາ ໄດ້ຮັບການພັດທະນາ ມີຄວາມສະຫວ່າງ ສະໄຫວ ແລະ 70 ປີ ທີ່ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ໂອກາດອັນສະຫງ່າລາສີນີ້ ຕາງໜ້າຈາກຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ກໍຄື ຊາວນະຄອນຫຼວງວຽງຈັນ ຂໍລະນຶກ ແລະ ອາໄລອາວອນເຖິງ ນັກຮົບປະຕິວັດທີ່ໄດ້ລວງລັບໄປແລ້ວ, ນັກຮົບປະຕິວັດຜູ້ທີ່ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ແລະ ຂໍອວຍໄຊໃຫ້ພອນແດ່ ເລົ່າຮົບປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ພະນັກງານບໍານານ, ເລົ່າຮົບທີ່ເປັນຮົ້ວຂອງຊາດທີ່ຢູ່ຕາມຊາຍແດນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ, ພໍ່ຄ້າ-ຊາວຂາຍ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ແລະ ຈົ່ງພ້ອມກັນນໍາພາສ້າງປະເທດຊາດຂອງພວກເຮົາກ້າວຂຶ້ນສູ່ສັງຄົມນິຍົມ.
ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ… ໝັ້ນຍືນ!.

ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ - 3 - ພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!