ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ


ວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໄດ້ຈັດພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.


ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ” ປະກອບມີບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ເກືອບ 300 ຊິ້ນ ທີ່ເປັນບັນດາເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດ ທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາມີໄຊສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ທັງສ່ອງແສງໃຫ້ເຫັນວິລະກຳອັນລໍ້າເລີດຂອງພັກເຮົາ ໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ເຮັດສຳເລັດການປະຕິວັດ ຕໍ່ສູ້ກູ້ຊາດ ກໍຄື ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນໄລຍະຜ່ານມາ.


ການວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ໃນຄັ້ງນີ້, ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍຄື ສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.
ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫລັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຍຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອ ຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ທີ່ມາ: ສຳນັກຂ່າວສານປະເທດລາວ