ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 485079976 1130077789146526 6676680703088622872 n - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - kitchen vibe - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ.

ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 485062393 1130077855813186 1712890326344565194 n 1024x682 - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ການວາງພວງມາລາ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - Visit Laos Visit SALANA BOUTIQUE HOTEL - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ສຳລັບ ການວາງກະຕ່າດອກໄມ້ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເພື່ອລະນຶກເຖິງ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ດ້ວຍຄວາມກະຕັນຍູຮູ້ບຸນຄຸນ ແລະ ຂໍສະດຸດີຕໍ່ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ທີ່ອຸທິດຕະຫລອດຊີວິດ ເພື່ອພາລະກິດຕໍ່ສູ້ ຍາດເອົາເອກະລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກຢ່າງມີໄຊ.

ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 485767966 1130081459146159 8171064485706562590 n 1024x682 - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດ, ເປັນລູກຜູ້ປະເສີດ ແລະ ຈົງຮັກພັກດີ ຂອງປະຊາຊົນລາວບັນດາເຜົ່າ, ເວລາໃດກໍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ສູງກວ່າສິ່ງໃດໝົດ, ເພິ່ນເປັນຜູ້ນໍາທີ່ປີຊາສາມາດ, ສະຫລາດສ່ອງໃສ, ມີວິໄສທັດ ອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການໝູນໃຊ້ຢ່າງປະດິດສ້າງ ທິດສະດີ ມາກ-ເລນິນ, ທິດສະດີປະຕິວັດ ແລະ ບັນດາບົດຮຽນອັນຍອດຍິງ ຂອງມວນມະນຸດ ເຂົ້າໃນການນໍາພາ-ຊີ້ນໍາ ການປະຕິວັດລາວ ໃນແຕ່ລະໄລຍະ ສາມາດຍາດໄດ້ໄຊຊະນະສະຫງ່າງາມ ຕະຫລອດມາ. ພ້ອມນີ້, ທັງເປັນການ ສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງ ຮຽງນາມ, ຄຸນງາມຄວາມດີ, ແບບຢ່າງອັນປະເສີດເລີດລໍ້າຂອງປະທານ ໄກສອນ ພົມວິຫານ ໄວ້ໃນດວງໃຈຕະຫລອດກາລະນານ.

ທີ່ມາ: ຂ່າວສານປະເທດລາວ

ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 4 - ການນຳພັກ-ລັດ ວາງພວງມາລາ ໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!