ສະພາແຫ່ງຊາດ ຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະ ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ


ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຜ່ານມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳອະມະຕະ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 20 ມີນາ 2025 ນີ້ວ່າ: ໂດຍຜ່ານການຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ ແລະ ຖີ່ຖ້ວນ ຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຄວາມຕ້ອງການໃນການດຶງດູດການລົງທຶນຈາກຕ່າງປະເທດ ມາລົງທຶນໃນເຂດທຸລະກັນດານ, ພື້ນຖານໂຄງລ່າງບໍ່ທັນມີການຂະຫຍາຍຕົວ ຈຶ່ງມີຄວາມຈໍາເປັນຕ້ອງສ້າງບັນດາເງື່ອນໄຂ ແລະ ນະໂຍບາຍສົ່ງເສີມພິເສດ ຈໍານວນໜຶ່ງ.
ກອງປະຊຸມໄດ້ຕົກລົງ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳອະມະຕະ ຄື: ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫລັງທີ່ ດຳລັດ ວ່າດ້ວຍນິຄົມອຸດ ສາຫະກຳ ອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື:
1. ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ;
2. ອຸດສາຫະກຳຜະລິດອຸປະກອນ ຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນ ພະລັງງານແສງອາທິດ;
3. ອຸດສາຫະກຳຜະລິດລົດ ແລະ ອາໄຫລ່.
4. ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ເພື່ອຮັບປະກັນການພັດທະນານິຄົມອຸດສາຫະກຳອະມະຕະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ, ກອງປະຊຸມ ມອບໃຫ້ລັດຖະບານ ເອົາໃຈໃສ່ ຜັນຂະຫຍາຍມະຕິສະບັບນີ້ ໃຫ້ເປັນອັນລະອຽດ ມີຄວາມຊັດເຈນ, ຮັດກຸມ ແລະ ແທດເໝາະກັບຈຸດພິເສດ ຂອງນິຄົມອຸດສາຫະກຳ ບົນພື້ນຖານຄວາມສອດຄ່ອງກັບ ນະໂຍບາຍສົ່ງເສີມພິເສດ ແລະ ນິຕິກຳທີ່ກ່ຽວຂ້ອງ ມີກົນໄກ ຄຸ້ມຄອງ, ໄລ່ລຽງ ແລະ ຈັດເກັບ ພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ຈາກຜູ້ພັດທະນາ ແລະ ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນ ຄວາມໂປ່ງໃສ ແລະ ສອດຄ່ອງກັບນິຕິກຳກ່ຽວຂ້ອງ.
1. ໃຫ້ຜູ້ລົງທຶນ ເຂົ້າໃນນິຄົມອຸດສາຫະກຳອະມະຕະ ນໍາທຶນເຂົ້າມາລົງທຶນ ໃຫ້ບັນລຸຕາມຕົວເລກຄາດໝາຍດຶງດູດການລົງທຶນ 5 ຕື້ໂດລາສະຫະລັດ.
2. ໃຫ້ຜູ້ລົງທຶນ ປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກຳ ເປັນຕົ້ນ ອຸດສາຫະກຳປຸງແຕ່ງຢູ່ພາຍໃນ ດ້ວຍການສ້າງສູນຄົ້ນຄວ້າ, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອພັດທະນາສິນຄ້າ ທີ່ຜະລິດຢູ່ໃນນິຄົມອຸດສາຫະກຳ ໃຫ້ເປັນຜະລິດຕະພັນລາວ (Made in Laos) ທີ່ໄດ້ຮັບມາດຕະຖານສາກົນ.
3. ໃຫ້ຜູ້ພັດທະນາ ຈັດຕັ້ງປະຕິບັດການຊົດເຊີຍ, ຈັດສັນທີ່ດິນປຸກສ້າງ, ທີ່ດິນທຳການຜະລິດ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ປະກອບສ່ວນ ໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ລວມທັງສ້າງເງື່ອນໄຂ ໃຫ້ປະຊາຊົນອ້ອມຂ້າງ ມີລາຍໄດ້ທີ່ໝັ້ນຄົງ ຈາກການພັດທະນານິຄົມອຸດສາຫະກຳ;
4. ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ບຸລິມະ ສິດ ແລະ ນໍາໃຊ້ແຮງງານພາຍໃນ, ຍົກລະດັບ ແລະ ພັດທະນາສີມືແຮງງານ ພ້ອມທັງຖ່າຍທອດບົດຮຽນ, ເຕັກນິກວິຊາການ ໃນການນໍາໃຊ້ເຕັກໂນໂລຊີ ໃຫ້ແຮງງານດັ່ງກ່າວ ກາຍເປັນແຮງງານທີ່ມີຄຸນນະພາບ ຕອບສະໜອງຕາມ ຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ;
5. ມີກົນໄກການບໍລິການປະຕູດຽວ ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້;
6. ມີກົນໄກການປະສານງານ ໃນການຄຸ້ມຄອງນິຄົມອຸດສາຫະກຳ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນ ໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ;
7. ມີກົນໄກ ຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວ ລົງທຶນພັດທະນານິຄົມອຸດສາຫະກຳ ໃນທຸກໆປີ ແລະ ໄລຍະ 7 ປີ ທໍາອິດ ແລ້ວສະຫລຸບລາຍງານຜົນການປະເມີນການດັ່ງກ່າວ ຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ;
8. ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ເປັນເຈົ້າການ, ໃຫ້ການຮ່ວມມື ແລະ ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍພາຍໃນນິຄົມອຸດສາຫະກຳ.
9. ມອບໃຫ້ ລັດຖະບານ ຊີ້ນໍາບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍມະຕິສະບັບນີ້ ຢ່າງເຂັ້ມງວດ;
10. ມອບໃຫ້ ຄະນະປະຈຳສະພາແຫ່ງຊາດ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ນິຄົມອຸດສາຫະກຳຕັ້ງຢູ່ ຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິສະບັບນີ້, ຕາມພາລະບົດບາດ ແລະ ຂອບເຂດສິດ ຂອງຕົນ ຢ່າງເຂັ້ມງວດ.