ອິດສະລາແອນເລີ່ມການບຸກພາກພື້ນດິນເຂດກາຊາຄັ້ງທໍາອິດ ຫລັງຢຸດຍິງລົ້ມເຫລວ


ວັນທີ 19 ມີນາ, ກອງທັບອິດສະລາແອນ ເປີດເຜີຍວ່າ: ໄດ້ມີການບຸກໂຈມຕີພາກພື້ນດິນຢູ່ເຂດກາຊາເປັນຄັ້ງທໍາອິດຫລັງຈາກເດີນໜ້າຖິ້ມລະເບີດໂຈມຕີທາງອາກາດ ພາຍຫລັງຂໍ້ຕົກລົງຢຸດຍິງກັບກຸ່ມຮາມັດທີ່ມີມາກວ່າ 2 ເດືອນລົ້ມເຫລວ.
ໂດຍອິດສະລາແອນກ່າວຫາກຸ່ມຮາມັດວ່າ: ປະຕິເສດຈະປ່ອຍຕົວປະກັນຫລາຍເທື່ອ ແລະ ປະຕິເສດຂໍ້ສະເໜີຈາກຜູ້ໄກ່ເກ່ຍ. ຂະນະທີ່ກຸ່ມຮາມັດກ່າວຫາວ່າ: ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຕັດສິນໃຈຍົກເລີກຂໍ້ຕົກລົງຢຸດຍິງພຽງຝ່າຍດຽວ ແລະ ເຮັດໃຫ້ຕົວປະກັນສ່ຽງຕໍ່ຊະຕາກໍາທີ່ບໍ່ຮູ້ແນ່ນອນ.
ກອງທັບອິດສະລາແອນອ້າງວ່າ: ກອງກໍາລັງທະຫານຂອງຕົນເລີ່ມໂຈມຕີພາກພື້ນດິນທາງພາກກາງ ແລະ ພາກໃຕ້ຂອງກາຊາ ເພື່ອຂະຫຍາຍເຂດຄວາມປອດໄພ ແລະ ສ້າງເຂດກັນຊົນບາງສ່ວນ ລະຫວ່າງເຂດກາຊາທາງເໜືອ ແລະ ທາງໃຕ້.
ຂະນະທີ່ກຸ່ມຮາມັດຊີ້ວ່າ: ການບຸກໂຈມຕີພາກພື້ນດິນຂອງອິດສະລາແອນທີ່ເກີດຂຶ້ນເປັນການລະເມີດຂໍ້ຕົກລົງຢຸດຍິງຄັ້ງໃໝ່ ແລະ ອັນຕະລາຍ ແລະ ຢືນຢັນວ່າຮາມັດຍັງຢຶດໝັ້ນໃນຂໍ້ຕົກລົງຢຸດຍິງທີ່ລົງນາມກັບອິດສະລາແອນໃນເດືອນມັງກອນ.
ທ່ານ ມາມູດ ບາຊາລ ໂຄສົກໜ່ວຍປ້ອງກັນພົນລະເຮືອນຢູ່ກາຊາ ກ່າວວ່າ: ຜົນຈາກການໂຈມຕີຂອງອິດສະລາແອນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 70 ຄົນ.
ໂດຍກ່ອນໜ້ານີ້, ກະຊວງສາທາລະນະສຸກຢູ່ກາຊາເປີດເຜີຍວ່າ: ການໂຈມຕີທາງອາກາດຂອງອິດສະລາແອນໃນຕົ້ນອາທິດນີ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 400 ຄົນ.
ສ່ວນອິດສະລາແອນ, ທ່ານ ຄາດ ລັດຖະມົນຕີປ້ອງກັນປະເທດຂອງອິດສະລາແອນ ປະກາດວ່າ: ເຂດກາຊາຈະຕ້ອງຊົດໃຊ້ທັງໝົດ ຖ້າຕົວປະກັນຊາວອິດສະລາແອນບໍ່ໄດ້ຮັບການສົ່ງຕົວກັບ ແລະ ຮາມັດຍັງປົກຄອງຢູ່ເຂດກາຊາ.
ອ້າງອີງ: