ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ

ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ - 485141940 961967462756661 7194673655479551916 n - ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ
ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ - kitchen vibe - ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ

ວາລະສານກວດກາພັກ ລາຍງານວັນທີ 20 ມີນາ 2025 ນີ້ວ່າ: ໄລຍະຜ່ານມາ ອົງການກວດກາແຫ່ງລັດ ໄດ້ດໍາເນີນການກວດກາ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ, ເມືອງຄູນຄໍາ, ແຂວງຄໍາມ່ວນ ເຊິ່ງເປັນໂຄງການແບບມອບເໝົາ (EPC) ໂດຍແມ່ນທຶນກູ້ຢືມ ຈາກທະນາຄານຕ່າງປະເທດ ມີມູນຄ່າກໍ່ສ້າງໂຄງການແມ່ນ 89,970,000 ໂດລາສະຫະລັດ. ຜ່ານການກວດກາ ເຫັນວ່າ ໃນການຈັດຕັ້ງປະຕິບັດຕົວຈິງ ການດຳເນີນການທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ອີງຕາມສັນຍາ ໂຄງການດັ່ງກ່າວ ຈະໃຊ້ເວລາກໍ່ສ້າງ 3 ປີ ເຊິ່ງເລີ່ມກໍ່ສ້າງແຕ່ປີ 2013 ແລະ ໃຫ້ສໍາເລັດ ໃນປີ 2016 ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ແມ່ນບໍ່ສໍາເລັດ. ເຈົ້າຂອງໂຄງການໄດ້ອະນຸມັດໃຫ້ຜູ້ຮັບເໝົາ ສືບຕໍ່ກໍ່ສ້າງໂຄງການຕື່ມອີກ 03 ປີ ແຕ່ກໍ່ຍັງບໍ່ສໍາເລັດ ແລະ ບໍ່ສາມາດດໍາເນີນການຜະລິດໄຟຟ້າໄດ້ຕາມແຜນການທີ່ກໍານົດໄວ້.

ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ - Visit Laos Visit SALANA BOUTIQUE HOTEL - ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ

ຈາກຜົນການກວດກາຂອງບໍລິສັດຜູ້ຊ່ຽວຊານ ເຫັນວ່າໜ້າວຽກໂຄງການສໍາເລັດພຽງແຕ່ 76% ແຕ່ເຈົ້າຂອງໂຄງການໄດ້ເບີກຈ່າຍເງິນໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງແລ້ວໃນມູນຄ່າ 88,750,341.33 ໂດລາສະຫະລັດ ເທົ່າກັບ 98.64% ເຮັດໃຫ້ລັດຖະບານ ແຫ່ງ ສປປລາວ ສູນເສຍຜົນປະໂຫຍດ ແລະ ລາຍຮັບຈາກການຜະລິດ ແລະ ຂາຍກະແສໄຟຟ້າ ຈໍານວນມະຫາສານ. ພ້ອມກັນນັ້ນ, ລັດຖະບານຍັງຕ້ອງໄດ້ຮັບຜິດຊອບພາລະໜີ້ສິນ ໃນການໃຊ້ແທນຕົ້ນທຶນ ແລະ ດອກເບ້ຍທີ່ໄດ້ກູ້ຢືມ ຄືນໃຫ້ທະນາຄານຕາມສັນຍາ.

ອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ດໍາເນີນການກວດກາ ລົງເລິກຄວາມຮັບຜິດຊອບການເມືອງຂອງພະນັກງານທີ່ມີສ່ວນກ່ຽວພັນກັບການຕົກລົງ ແລະ ຄຸ້ມຄອງການກໍ່ສ້າງໂຄງການໂດຍກົງ, ພ້ອມນັ້ນກໍ່ໄດ້ເປີດການສືບສວນ-ສອບສວນ ກ້າວໄປເຖິງການນໍາໃຊ້ມາດຕະການກັກຕົວ ຕໍ່ອະດີດພະນັກງານ 4 ຄົນ ແລະ ຄົນຕ່າງປະເທດ 1 ຄົນ, ໃນຂໍ້ກ່າວຫາ ການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ. ໃນຈໍານວນດັ່ງກ່າວ ມີຂັ້ນອາດີດຮອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ 1 ຄົນ, ອະດີດຫົວໜ້າຝ່າຍກໍ່ສ້າງເຂື່ອນ 1 ຄົນ, ອະດີດຫົວໜ້າ ແລະ ຮອງຫົວໜ້າໂຄງການກໍ່ສ້າງເຂື່ອນ 2 ຄົນ, ພ້ອມດ້ວຍປະທານບໍລິສັດເອກະຊົນ ຄົນຕ່າງປະເທດ 1 ຄົນ.

ມາຮອດປັດຈຸບັນ ໄດ້ສໍາເລັດການສືບສວນ-ສອບສວນ ແລະ ໄດ້ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ວາລະສານກວດກາ

ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ - 3 - ດຳເນີນຄະດີ ອະດີດພະນັກງານລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງເຂື່ອນ ນໍ້າຫີນບູນ 4 ຄົນ ຂໍ້ຫາການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!