ເກີນດຸນໃນຮອບເກືອບ 2 ປີ ! ມູນຄ່າການຄ້າຂອງລາວ ເດືອນກຸມພາ 2025 ເກີນດຸນ 310 ລ້ານໂດລາສະຫະລັດ

- social media 2 - ເກີນດຸນໃນຮອບເກືອບ 2 ປີ ! ມູນຄ່າການຄ້າຂອງລາວ ເດືອນກຸມພາ 2025 ເກີນດຸນ 310 ລ້ານໂດລາສະຫະລັດ
- kitchen vibe - ເກີນດຸນໃນຮອບເກືອບ 2 ປີ ! ມູນຄ່າການຄ້າຂອງລາວ ເດືອນກຸມພາ 2025 ເກີນດຸນ 310 ລ້ານໂດລາສະຫະລັດ

ສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າລາຍງານ ວັນທີ 20 ມີນາ 2025 ນີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາ ເດືອນ ກຸມພາ 2025 ບັນລຸໄດ້ປະມານ 1 ຕື້ 540 ລ້ານໂດລາສະຫະລັດ. ມູນຄ່າການສົ່ງອອກ ປະມານ 925 ລ້ານໂດລາສະຫະ ລັດ, ເພີ່ມຂື້ນ 42.3% ທຽບໃສ່ ເດືອນ ມັງກອນ ທີ່ຜ່ານມາ ແລະ ມູນຄ່າການນຳເຂົ້າ ປະມານ 615 ລ້ານໂດລາສະຫະລັດ ຫຼຸດລົງ 12.9% ທຽບໃສ່ ມັງກອນທີ່ຜ່ານມາ, ເກີນດຸນການຄ້າ 310 ລ້ານໂດລາ ເປັນຕົວເລກມູນຄ່າການຄ້າເກີນດຸນ ໃນຮອບເກືອບ 2 ປີ ຄືເກີນດຸນຫລ້າສຸດເດືອນມີນາ 2023 ປະມານ 23 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 173 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ 154 ລ້ານໂດລາສະຫະລັດ, ມັນຕົ້ນ 119 ລ້ານໂດລາສະຫະລັດ, ເກືອກາລີ 73 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 22 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 19 ລ້ານໂດລາສະຫະລັດ.

- Visit Laos Visit SALANA BOUTIQUE HOTEL - ເກີນດຸນໃນຮອບເກືອບ 2 ປີ ! ມູນຄ່າການຄ້າຂອງລາວ ເດືອນກຸມພາ 2025 ເກີນດຸນ 310 ລ້ານໂດລາສະຫະລັດ

ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 87 ລ້ານໂດລາສະຫະລັດ,ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 72 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 58 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 41 ລ້ານໂດລາສະຫະລັດ, ນ້ຳຕານ 23 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 19 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 15 ລ້ານໂດລາສະຫະລັດ, ລົດໄຖນາ 8 ລ້ານໂດລາສະຫະລັດ, ແລະ ເຄື່ອງນຸ່ງຫົ່ມ 3 ລ້ານໂດລາສະຫະລັດ.

5 ອັນດັບປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ ປະກອບມີ: ໄທ, ຫວຽດນາມ, ຈີນ, ສ.ອາເມລິກາ ແລະ ອົດສະຕາລີ ຕາມລຳດັບ, ສ່ວນ5 ອັນດັບ ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ ປະກອບມີ: ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ແລະ ສ.ອາເມລິກາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ກຸມພາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍ ຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

- 5 - ເກີນດຸນໃນຮອບເກືອບ 2 ປີ ! ມູນຄ່າການຄ້າຂອງລາວ ເດືອນກຸມພາ 2025 ເກີນດຸນ 310 ລ້ານໂດລາສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!