ເຫດການວັນທີ 21 ມີນາ ຍັງຈາລຶກໃນໃຈ ຢ່າງບໍ່ມີວັນລືມ


ໂດຍ: ຜາຕຸງ
(ໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ)
ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຜາຕຸງຂໍຍົກເອົາບາງມູນເຊື້ອຕໍ່ສູ້ທີ່ອງອາດກ້າຫານບໍ່ຍອມຈຳນົນ ຂອງອະດີດບັນດາການນຳຂອງຊາດຂອງພັກປະຊາຊົນປະຕິວັດລາວ ມານຳສະເໜີໃຫ້ທ່ານຮັບຮູ້ ໂດຍສະເພາະແມ່ນມູນເຊື້ອການຕໍ່ສູ້ ຕ້ານການໂຈມຕີຂອງຈັກກະພັດຝຣັ່ງເພື່ອປ້ອງກັນຕົວເມືອງທ່າແຂກ ຈົນເຖິງວິນາທີສຸດທ້າຍໄວ້ຢ່າງພິລາດອາດຫານ.
ປະຊາຊົນລາວບັນດາເຜົ່າຄົງຮູ້ດີເຖິງເຫດການ ວັນທີ 21ມີນາ 1945 ທີ່ເກີດຂຶ້ນຢູ່ທາງພາກກາງຂງປະເທດເຮົາ ໃນການຕໍ່ສູ້ຕ້ານຈັກກະພັດຝຣັ່ງເຂົ້າມາຮຸກຮານລາວ ເຮັດໃຫ້ປະຊາຊົນບັນດາເຜົ່ານັບແຕ່ຜູ້ເລັກເດັກແດງຈົນຮອດຜູ້ເຖົ້າໄວຊະຣາ ກໍ່ຄືນັກຮົບປະຕິວັດຜູ້ພິລາດອາດຫານຂອງປະຊາຊົນລາວຈຳ ນວນຫຼາຍຮ້ອຍຫຼາຍພັນຄົນສູນເສຍຊີວິດ ເລືອດສີແດງເຂັ້ມໄຫຼລົງເຈືອຈານເທິງແຜ່ນດິນ ແລະ ນ້ຳ ຂອງ ແດງເປັນສາຍເລືອດ ນັ້ນກໍ່ຄືບັ້ນຮົບປ້ອງກັນຕົວເມືອງ ທ່າແຂກ ຈົນກາຍ ມາເປັນວັນຄຽດແຄ້ນຂອງປະຊາຊົນລາວ ແລະ ປະຈຸບັນກາຍເປັນ ວັນນັກຮົບເສຍອົງຄະແລະເສຍສະຫຼະຊີວິດເພື່ອຊາດ ໃນປັດຈຸບັນ.
ອີງຕາມບົດຂຽນທີ່ ທ່ານ ສີຊະນະ ສີສານ ຂຽນ ບັນທຶກໄວ້ໃນປຶ້ມລວມຜົນງານຂອງທ່ານ ຕອນໜຶ່ງວ່າ: ບັນດາກຳລັງຂອງ ຝຣັ່ງທີ່ໃຊ້ຕີເອົາຕົວເມືອງທ່າແຂກມີຢູ່ປະມານ 2 ກອງພັນ ປະກອບມີທະຫານ ຝຣັ່ງ ແຂກດຳເປັນສ່ວນໃຫຍ່ ທະຫານລາວຈຳນວນໜຶ່ງ ພ້ອມລົດຫຸ້ມເກາະ 2 ໝູ່ ປືນໃຫຍ່2ໝວດເຮືອບິນສັງເກດການ 1 ລຳ ເຮືອບິນຂັບໄລ່4ລຳ ເຮືອບິນໃບພັດ 2 ລຳ, ຕົກຮອດເວລາ6ໂມງເຊົ້າຂອງວັນທີ 21 ມີນາ1946 ພາຍຫຼັງຫວ່ານໃບປິວໃຫ້ທະຫານລາວກູ້ຊາດທີ່ບັນຊາໂດຍເຈົ້າສຸພານຸວົງ ໃຫ້ຍອມຈຳນົນຕໍ່ພວກເຂົາ ແຕ່ບໍ່ເປັນດັ່ງຫວັງ ຈາກນັ້ນມາປະມານເຄິ່ງຊົ່ວໂມງ ລະເບີດ 4 ລູກຈາກເຮືອບິນຂັບໄລ່2ລຳກໍ່ຕົກລົງແຕກຂຶ້ນໃນຕະຫຼາດເມືອງທ່າແຂກ ທີ່ມີປະຊາຊົນພວມລົງຕະຫຼາດຈຳນວນຫຼາຍສິບຄົນ ຫາຍສາບສູນ, ຫຼາຍສິບຄົນເສຍຊີວິດ ອີກຫຼາຍສິບຄົນບາດເຈັບໜັກ ນອກຈາກນັ້ນແລ້ວຍັງມີການໂຈມຕີບຽດຍຶດດ້ວຍກຳລັງພົນ ອາວຸດທີ່ເໜືອກ່ວາແຕ່ກໍ່ຖືກຕອບໂຕ້ດ້ວຍກຳລັງທະຫານກູ້ຊາດທີ່ ບັນຊາໂດຍ ເຈົ້າສຸພານຸວົງຢ່າງໜຽວແໜ້ນ.
ແຕ່ຍ້ອນວ່າເຫຼັກຫຼາຍກວ່າຖ່ານ ເມື່ອຊັງຊາເຫດການແລ້ວຮອດເວລາ 12 ໂມງຂອງວັນດຽວກັນນີ້ກອງເສນາທິການບັ້ນຮົບໄດ້ຮຽກຮ້ອງໃຫ້ເຈົ້າສຸພານຸວົງຖອຍທັບ ເຊິ່ງທ່ານບັນຊາການຖອຍທັບເປັນຂະບວນສຸດທ້າຍຈົນໄດ້ຮັບບາດເຈັບ ຈາກເຮືອບິນຂັບໄລ່ຂອງສັດຕູ, ແຕ່ການສູ້ຮົບປ້ອງກັນຕົວເມືອງທ່າແຂກຍັງດຳເນີຕໍ່ໄປຈົນຮອດເວລາ 21 ໂມງຂອງວັນທີ 21 ມີນາ 1946 ຈຶ່ງງຽບສະຫງົບລົງ,
ທ່ານ ສີຊະນະ ສີສານ ເຄີຍຖາມທ່ານສຸພານຸວົງວ່າ: ສະຫາຍຄິດແນວໃດກ່ຽວກັບຮອຍແປ້ວທີ່ຕິດໂຕສະຫາຍນັ້ນ ທ່ານສຸພານຸວົງ ຕອບວ່າ: ປະການທີ່ໜຶ່ງແປ້ວນັ້ນເຮັດໃຫ້ເຮົາພາກພູມໃຈ ແລະມີກຽດທີ່ໄດ້ມີສ່ວນປະກອບອັນນ້ອຍໆຂອງຕົນເຂົ້າໃນການກູ້ຊາດ, ປະການທີສອງ ແມ່ນມັນຄອຍເຕືອນໃຈເຮົາຢູ່ສະເໝີວ່າຕົນເອງຕ້ອງໄປນຳການປະຕິວັດຈົນເຖິງທີ່ສຸດ.
ເຖິງເຫດການ ວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຈະຜ່ານຮ້ອນຜ່ານໜາວມາແລ້ວເຖິງ78ປີກໍຕາມ ແຕ່ເຫດການທີ່ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ລວມທັງນັກຮົບປະຕິວັດຫຼາຍຮ້ອຍຫຼາຍພັນຄົນໄດ້ເສຍສະຫຼະຊີວິດປົກປ້ອງຜືນແຜ່ນດິນອັນແສນຮັກ ແລະ ຫວງແຫນຂອງຕົນເອົາໄວ້ຈົນເຮັດໃຫ້ນ້ຳຂອງກາຍເປັນສາຍເລືອດແຫ່ງປະຫວັດສາດຂອງຊາດລາວບໍ່ມີວັນທີ່ຈະສູນຫາຍໄປຈາກຄວາມຊົງຈຳຂອງລູກຫຼານລາວໄປຈັກເທື່ອ ແລະ ຈະຢູ່ໃນໃຈຂອງຄົນລາວຕະຫຼອດໄປ.