ທ່ານ ເທບ ຖາວອນສຸກ ຂາຍຮູບແຕ້ມເພື່ອຊ່ວຍເຫລືອປຸກສ້າງໂຮງຮຽນໃນເຂດຊົນນະບົດ
March 7, 2017 - 11:15 AM
ການວາງສະແດງ ແລະ ຈຳໜ່າຍຮູບແຕ້ມເກືອບ 30 ແຜ່ນຂອງນັກແຕ້ມຊື່ດັງຂອງລາວທ່ານ ເທບ ຖາວອນສຸກ ມີຂຶ້ນໃນວັນທີ 3-5 ມີນາຜ່ານມາ


ຮູບແຕ້ມແຕ່ລະແຜ່ນໄດ້ສື່ເຖິງຄວາມໝາຍທີ່ແຕກຕ່າງກັນ ແລະ ເດັ່ນກວ່າໝູ່ແມ່ນຮູບແຕ້ມທີ່ມີສື່ວ່າ: “ເທດສະການປ່ອຍໂຄມໄຟຂຶ້ນທ້ອງຟ້າ” ໂດຍສື່ໃຫ້ເຫັນແສງສະຫວ່າງໃນໂຄມໄຟດັ່ງກ່າວນັ້ນທີ່ມີຫລາຍອັນເທົ່າໃດຕ່າງກໍແຈ້ງສະຫວ່າງຫລາຍຂຶ້ນເທົ່າຕົວ, ໂດຍຕັ້ງລາຄາສູງເຖິງ 38.500 ໂດລາສະຫະລັດ ແລະ ກໍມີຊາວຕ່າງປະເທດໄດ້ຈັບຈອງຮູບແຜ່ນດັ່ງກ່າວແລ້ວ. ງານຄັ້ງນີ້ນັບວ່າມີຜູ້ເຂົ້າຮ່ວມຊົມຫລາຍສົມຄວນ ແລະ ສາມາດຂາຍຮູບໄດ້ຫລາຍກວ່າ 50% ຂອງຈໍານວນຮູບທີ່ນໍາມາວາງສະແດງທັງໝົດ. ໂດຍເງິນທີ່ໄດ້ນີ້ແມ່ນຈະນໍາໄປປຸກສ້າງໂຮງຮຽນປະຖົມຢູ່ເຂດຫ່າງໄກສອກຫລີກໃນແຂວງວຽງຈັນ ແລະ ບໍລິຄຳໄຊ ເພື່ອຊ່ວຍເຫລືອເດັກນ້ອຍໃຫ້ມີການຮ່ຳຮຽນດີຂຶ້ນ ແລະ ກາຍເປັນອະນາຄົດທີ່ດີຂອງຊາດອີກດ້ວຍ.