ລັດຖະມົນຕີ ແລະ ເຈົ້າຄອງ ຕິດຕາມສະຖານີສູບນໍ້າເພື່ອເລັ່ງແກ້ໄຂ ບັນຫານໍ້າປະປາບໍ່ພໍໃຊ້ໃນນະຄອນຫລວງວຽງຈັນ


ໜັງສືພິມວຽງຈັນໃໝ່ ລາຍງານວ່າ: ວັນທີ 18 ມີນາ 2025 ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຕິດຕາມສະຖານີສູບນໍ້າຢູ່ຈຸດຕ່າງໆ ເພື່ອຕິດຕາມລະດັບນໍ້າແລະ ແກ້ໄຂບັນຫາການສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.
ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນສະພາບການຜະລິດ ແລະ ການສະໜອງນໍ້າໃຫ້ປະຊາຊົນວ່າ: ປັດຈຸບັນລັດວິສາຫະກິດນໍ້າປະປາ ນວ ສາມາດຜະລິດນໍ້າສູງສຸດໄດ້ 348,000 ແມັດກ້ອນຕໍ່ວັນ ເຊິ່ງມາຈາກ 6 ໂຮງງານຄື:
- ໂຮງງານດົງໝາກຄາຍກໍາລັງການຜະລິດ 120,000 ແມັດກ້ອນຕໍ່ວັນ.
- ໂຮງງານຈີ່ນາຍໂມ້ກໍາລັງການຜະລິດ 80,000 ແມັດກ່ອນຕໍ່ວັນ.
- ໂຮງງານເກົ້າລ້ຽວ ກໍາລັງການຜະລິດ 60,000 ແມັດກ້ອນຕໍ່ວັນ,
- ໂຮງງານດົງບັງກຳລັງການຜະລິດ 44,000 ແມັດກ້ອນຕໍ່ວັນ.
- ໂຮງງານແສນດິນ ກໍາລັງການຜະລິດ 24,000 ແມັດກ້ອນຕໍ່ວັນ.
- ໂຮງງານທ່າເດື່ອ ກໍາລັງການຜະລິດ 20,000 ແມັດກ້ອນຕໍ່ວັນ.
ໂຮງງານເມືອງສັງທອງມີ 6 ໂຮງງານ ກໍາລັງການຜະລິດໄດ້ 2,110 ແມັດກ້ອນຕໍ່ວັນ, ເມືອງປາກງື່ມມີ 4 ໂຮງງານ, ກຳລັງການຜະລິດໄດ້ 2,600 ແມັດກ້ອນຕໍ່ວັນ ຈຳນວນປະຊາກອນທີ່ໄດ້ຮັບການບໍລິການນໍ້າປະປາມີ 819,863 ຄົນ ຢູ່ 7 ຕົວເມືອງໃນ ນວ ເຊິ່ງມີຈໍານວນໝໍ້ແທກນໍ້າທັງໝົດ 202,274 ໜ່ວຍ ບໍລິມາດນໍ້າຈໍາໜ່າຍປີທີ່ຜ່ານມາ 89,244,747 ແມັດກ້ອນຕໍ່ປີ ເທົ່າກັບ 244,506 ແມັດກ້ອນຕໍ່ວັນ.
ຕໍ່ກັບບັນຫາດັ່ງກ່າວ ລັດວິສາຫະກິດນໍ້າປະປາ ນວ ຈຶ່ງໄດ້ກຳນົດວຽກງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຊ່ວງລະດູແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ປະຕິບັດໃຫ້ສໍາເລັດໂດຍໄວເຊັ່ນ:
- ສູ້ຊົນຮັກສາກໍາລັງການຜະລິດ (ໃຫ້ຜະລິດສູງ ສຸດເຕັມອັດຕາ) ບໍ່ໃຫ້ຫລຸດ 348,000 ແມັດກ້ອນຕໍ່ວັນ
- ແຕ່ລະໂຮງງານຕ້ອງຜະລິດນໍ້າໃຫ້ໄດ້ຕາມກໍາລັງການຜະລິດຂອງແຕ່ລະໂຮງງານ
- ປັບແຮງດັນນໍ້າ ເພື່ອໃຫ້ນໍ້າໄຫລເຂົ້າໃນຕົວເມືອງແຕ່ຕ້ອງຮັບປະກັນໃຫ້ເຂດທີ່ຫລຸດແຮງດັນມີນໍ້າໃຊ້ພຽງພໍ
- ປັບແຮງດັນ ແລະ ບໍລິມາດນໍ້າໃຫ້ກະຈາຍໃຫ້ມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ
- ຕິດຕາມກວດກາລະບົບສາຍທໍ່ນໍ້າປະປາແຕ່ໂຮງງານຜະລິດນໍ້າປະປາ ຫາຄົວເຮືອນປະຊາຊົນ ຍົກສູງຄວາມອາດສາມາດໜ່ວຍງານສ້ອມແປງເພື່ອສ້ອມແປງນໍ້າແຕກ-ນໍ້າຮົ່ວໃຫ້ສ້ອມແປງໄວໃຫ້ສໍາເລັດພາຍໃນ 24 ຊົ່ວໂມງຫລັງຈາກໄດ້ຮັບແຈ້ງຂໍ້ມູນ ຄົ້ນຄວ້າ ແລະ ກຳນົດເຂດຈຸດສຸມ ເພື່ອຈະແກ້ໄຂນໍ້າອອກຄ່ອຍ ນໍ້າບໍ່ອອກ
- ຄົ້ນຄ້ວາ ແລະ ກໍານົດການບໍລິການນໍ້າປະປາທາງລົດຈາກພາກສ່ວນເອກະຊົນ ໃຫ້ລັດວິສາຫະກິດໄຟຟ້າ ນວ ຮັບປະກັນການສະ ໜອງກະແສໄຟຟ້າໃຫ້ມີແຮງດັນປົກກະຕິ ຖ້າກະແສໄຟຟ້າບໍ່ມາເປັນປົກກະຕິຈະບໍ່ສາມາດຜະລິດນໍ້າໄດ້.
ລັດຖະມົນຕີ ແລະ ທ່ານເຈົ້າຄອງ ຊີ້ນຳໃຫ້ລັດວິສາ ຫະກິດນໍ້າປະປາ ນວ ສືບຕໍ່ຊອກຫາວິທີແກ້ໄຂສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິພາບ ເພື່ອເຮັດແນວໃດໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນຊ່ວງລະດູຮ້ອນນີ້ ພ້ອມກັນນັ້ນກໍໄດ້ແນະນຳໃຫ້ທວງຄືນບັນດາສັນຍາ ກ່ຽວກັບການກໍ່ສ້າງ ແລະ ພັດທະນາໄປລະບົບນໍ້າປະປາທີ່ເຊັນໄປແລ້ວນັ້ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ທີ່ມາ: ໜັງສືພິມວຽງຈັນໃໝ່