ສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ


ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ລາຍງານເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນາ 2025 ນີ້ ວ່າ: ພາຍຫຼັງທີ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້, ກະຊວງພາຍໃນ ທີ່ເປັນເສນາທິການໃຫ້ລັດຖະບານໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ແຈກຢາຍ ໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນຂອບເຂດທົ່ວປະ ເທດ, ໄດ້ຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍຈໍານວນ 13 ສະບັບ; ບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຂົ້າໃນການຄຸ້ມຄອງບໍລິຫານລັດໃນດ້ານຕ່າງໆ ຂອງອົງການປົກຄອງແຕ່ລະຂັ້ນ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີໂດຍພື້ນຖານ, ນັບແຕ່ປີ 2021 ເປັນຕົ້ນມາ, ກະຊວງພາຍໃນ ໄດ້ມີການປະເມີນການຈັດຕັ້ງປະຕິບັດ ແລະ ພ້ອມທັງທາບທາມທິດທາງໃນການປັບປຸງກົດໝາຍດັ່ງກ່າວ ຢູ່ທ້ອງຖິ່ນຈໍານວນໜຶ່ງ.
ຜ່ານການຕີລາຄາການຈັດຕັ້ງປະຕິບັດກົດໝາຍ ຊຶ່ງເຫັນວ່າ ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ. ນອກນັ້ນ ຍັງມີກຸ່ມບ້ານ ຊຶ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ, ເປັນຂອດລະຫວ່າງກາງ ລະຫວ່າງ ເມືອງ ກັບ ບ້ານ ເຮັດວຽກຄ້າຍຄືຂັ້ນການປົກຄອງ, ແຕ່ບໍ່ແມ່ນຂັ້ນຂອງການປົກຄອງ; ພ້ອມດຽວກັນນັ້ນ ເນື້ອໃນຂອງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2015 ມີບາງມາດຕາ ຍັງບໍ່ທັນສອດຄ່ອງກັບກົດໝາຍອື່ນທີ່ກ່ຽວຂ້ອງ, ສັງລວມແລ້ວ, ການບໍລິ ຫານຂັ້ນຮາກຖານ ຍັງບໍ່ທັນເຂັ້ມແຂງດີເທົ່າທີ່ຄວນ, ການບໍລິຫານລັດຂັ້ນຮາກຖານ ຍັງມີລັກສະນະເຄິ່ງໆກາງໆ ຊອດກະຈາ ລະຫວ່າງອົງການບໍລິຫານລັດຂັ້ນລຸ່ມສຸດ ກັບການຈັດຕັ້ງຊຸມຊົນ.
ບັນດາບັນຫາທີ່ຄ້າງຄາ ແລະ ນິຕິກຳຂອງຂັ້ນເທິງທັງໝົດນັ້ນ, ແມ່ນເຫດຜົນຄວາມຈໍາເປັນທີ່ສໍາຄັນໃນການຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ໃນຄັ້ງນີ້. ສໍາລັບດ້ານໂຄງສ້າງ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ນໍາສະເໜີພິຈາລະນາຄັ້ງນີ້ ປະກອບມີທັງໝົດ 8 ພາກ, 21 ໝວດ, 81 ມາດຕາ. ໃນນີ້, ເພີ່ມເຂົ້າໃໝ່ ຈໍານວນ 16 ມາດຕາ, ປັບປຸງ ຈໍານວນ 62 ມາດຕາ ແລະ ບໍ່ໄດ້ປັບປຸງ ຈໍານວນ 3 ມາດຕາ.
ຄາດຄະເນຜົນໄດ້ຮັບພາຍຫຼັງ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສໍາຄັນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນແຕ່ລະທ້ອງ ຖິ່ນ ໂດຍສະເພາະການສ້າງຕາແສງ ເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອໍານວຍໃຫ້ບ້ານເປັນຫົວ ໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ໃນການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະ ບານ ແລະ ເປັນການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງ ໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ແທດເຖິງ; ຮັບປະກັນບົດບາດການນໍາພາຂອງພັກ ຢ່າງໜັກແໜ້ນ ເຮັດໃຫ້ການນໍາພາຂອງພັກ ຢັ່ງເລິກເຖິງຫົວໜ່ວຍຮາກຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງ ທີ່ຕິດແທດກິ້ງເກືອກລີເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນໍາເອົາແນວທາງນະໂຍບາຍ, ການບໍລິການຂອງລັດ ຫຍັບເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ຍົກລະດັບການປົກຄອງລັດ ດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນ ຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ນັບມີຄວາມເຂັ້ມແຂງ, ມີການພັດທະນາ ຊຶ່ງເປັນປັດໄຈສໍາຄັນຕົ້ນຕໍ ໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີ ແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໃນມື້ນີ້ ໄດ້ມີການສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງ ທ້ອງຖິ່ນສະ ບັບ ປີ 2015 ເພື່ອໃຫ້ມີຄວາມຮັດກຸມ, ສອດຄ່ອງ ແນໃສ່ແກ້ໄຂບາງບັນຫາທີ່ຄົງຄ້າງ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ.
ການສະເໜີປັບປຸງກົດໝາຍດັ່ງກ່າວ ກໍເພື່ອໃຫ້ສອດຄ່ອງນິຕິກໍາຈໍານວນໜຶ່ງ ທີ່ສູນກາງວາງອອກນັ້ນ ເປັນຕົ້ນແມ່ນ ມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ, ຄໍາສັ່ງ ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກ ແຕ່ລະຂັ້ນ ສະບັບເລກທີ 173/ຄລສພ, ແຈ້ງການກ່ຽວກັບການແບ່ງງານໃຫ້ສະຫາຍຮອງເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ສະບັບເລກທີ 56/ຄຈສພ, ແຈ້ງການກ່ຽວກັບທິດຊີ້ນໍາ ກ່ຽວກັບການສ້າງຕາແສງ ໃນຂອບເຂດທົ່ວປະເທດ ສະບັບເລກທີ 04/ຫສພ ແລະ ຮ່າງລັດຖະທຳມະນູນສະບັບປັບປຸງ ປີ 2025. ໂດຍອີງໃສ່ທິດນໍາດັ່ງກ່າວ, ລັດຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເປັນຕົ້ນແມ່ນການຄົ້ນ ຄວ້າອົງການປົກຄອງຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ, ຫັນບ້ານໃຫ້ເປັນການຈັດຕັ້ງຂອງຊຸມຊົນ. ພ້ອມນັ້ນ, ກໍໄດ້ຄົ້ນຄວ້າຊື່ເອີ້ນຕຳແໜ່ງບໍລິຫານ ຊຶ່ງໄດ້ລະບຸຊື່ເອີ້ນຂອງຫົວໜ້າອົງການປົກຄອງຂັ້ນແຂວງ ຈະແຈ້ງວ່າແມ່ນ ປະທານຄະນະກຳມະການປົກຄອງແຂວງ, ນະຄອນ ຫຼວງວຽງຈັນ; ຂັ້ນເມືອງ ແມ່ນ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ, ຂັ້ນຕາແສງ ແມ່ນ ປະທານຄະນະກຳມະການປົກຄອງຕາແສງ.