WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ

WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ - 03 09 2016 Ivoire AIDS - WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ
WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ - kitchen vibe - WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ

      ອົງການອະນາໄມໂລກ (WHO) ເປີດເຜີຍໃນວັນທີ 17 ມີນາວ່າ: ການທີ່ລັດຖະບານອາເມລິກາພາຍໃຕ້ການນໍາຂອງປະທານາທິບໍດີ ໂດນັລ ທຣໍາ ຢຸດໃຫ້ການຊ່ວຍເຫລືອຕ່າງປະເທດຜ່ານອົງການເພື່ອການພັດທະນາສາກົນຂອງອາເມລິກາ (USAID) ສົ່ງຜົນເຮັດໃຫ້ການຈັດຫາຢາຕ້ານໄວຣັສ HIV ໃຫ້ 8 ປະເທດຕ້ອງຢຸດສະງັກ ແລະ ຢາເຫລົ່ານີ້ອາດໝົດໃນມໍ່ໆນີ້.

       WHO ລະບຸວ່າ: ອູແກຣນ, ເຮຕິ, ເກນຢາ, ເລໂຊໂທ, ຊູດັງໃຕ້, ບູກິນາຟາໂຊ, ມາລີ ແລະ ໄນຈີເຣຍ ອາດໃຊ້ຢາຕ້ານໄວຣັສ HIV ຈົນໝົດໃນມໍ່ໆນີ້.

WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ - Visit Laos Visit SALANA BOUTIQUE HOTEL - WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ

       ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອໍານວຍການໃຫຍ່ WHO ເຕືອນວ່າ: ການປ່ຽນແປງດັ່ງກ່າວອາດເຮັດໃຫ້ຄວາມກ້າວໜ້າໄລຍະ 20 ປີຜ່ານມາສູນລ້າ ແລະ ອາດເຮັດໃຫ້ມີຜູ້ຕິດເຊື້ອ HIV ໃໝ່ຫລາຍກວ່າ 10 ລ້ານຄົນ ແລະ ມີຜູ້ເສຍຊີວິດ 3 ລ້ານຄົນ.

       ສໍານັກຂ່າວຣອຍເຕີລາຍງານວ່າ: ຄວາມພະຍາຍາມໃນການຮັບມືຕໍ່ໄວຣັສ HIV, ພະຍາດໂປລິໂອ, ພະຍາດມາລາເຣຍ ແລະ ວັນນະໂຣກ ໄດ້ຮັບຜົນກະທົບຈາກການທີ່ປະທານາທິບໍດີ ທຣໍາ ຢຸດໃຫ້ການຊ່ວຍເຫລືອຕ່າງປະເທດ ພາຍຫລັງເຂົ້າຮັບຕໍາແໜ່ງໃນເດືອນມັງກອນ.

       ຂະນະດຽວກັນ, ການຂາດເຂີນເງິນທຶນອາດເຮັດໃຫ້ສຸກສາລາຢູ່ອັບການິດສະຖານທີ່ໄດ້ຮັບການສະໜັບສະໜູນຈາກ WHO ຕ້ອງປິດລົງປະມານ 80% ຈາກທັງໝົດ.

        ນອກຈາກນີ້, WHO ຍັງມີແຜນຈະຫລຸດເປົ້າໝາຍການຈັດສັນເງິນທຶນສໍາລັບປະຕິບັດການສຸກເສີນຈາກ 1.2 ພັນລ້ານໂດລາ ເຫລືອ 872 ລ້ານໂດລາໃນປີງົບປະມານ 2026-2027.

WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ - 5 - WHO ເຕືອນ ຢາຕ້ານໄວຣັສ HIV ໃນ 8 ປະເທດໃກ້ໝົດ ເພາະ USAID ຢຸດການຊ່ວຍເຫລືອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!