ທ່ານ ທຣໍາ ສັ່ງໂຈມຕີກຸ່ມຮູຕິຢູ່ເຢເມນ ເສຍຊີວິດ 50 ກວ່າຄົນ ຢືນຢັນເດີນໜ້າໃຊ້ກໍາລັງຮ້າຍແຮງຈົນກວ່າຈະບັນລຸເປົ້າໝາຍ


ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ສັ່ງປະຕິບັດການທາງທະຫານຄັ້ງໃຫຍ່ໂຈມຕີກຸ່ມຮູຕິຢູ່ເຢເມນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ແລະ ບາດເຈັບເກືອບ 100 ຄົນ ລວມທັງຜູ້ຍິງ ແລະ ເດັກນ້ອຍ. ຕາມລາຍງານຂອງກະຊວງສາທາລະນະສຸກທີ່ຄວບຄຸມໂດຍຮູຕິ.
ໂດຍທ່ານ ທຣໍາ ປະກາດຜ່ານ Truth Social ວ່າ: ອາເມລິກາຈະໃຊ້ກໍາລັງຮ້າຍແຮງຢ່າງຫລວງຫລາຍຕໍ່ກຸ່ມຮູຕິຈົນກວ່າພວກເຮົາຈະບັນລຸເປົ້າໝາຍ ເຊິ່ງເປັນສັນຍານເຖິງປະຕິບັດການທີ່ອາດດໍາເນີນຕໍ່ໄປອີກຫລາຍອາທິດ.
ສ່ວນທ່ານ ໄມເຄິລ ວໍ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ ລະບຸວ່າ: ການໂຈມຕີຄັ້ງນີ້ສາມາດສັງຫານຜູ້ນໍາກຸ່ມຮູຕິໄດ້ຫລາຍຄົນ ແລະ ເປັນການຕອບໂຕ້ທີ່ຮຸນແຮງ. ພ້ອມເນັ້ນວ່າ: ອາເມລິກາຕ້ອງການໃຫ້ອີຣານຮັບຜິດຊອບຕໍ່ການສະໜັບສະໜູນກຸ່ມຮູຕິ.
ແຫລ່ງຂ່າວຈາກກະຊວງປ້ອງກັນຄວາມສະຫງົບອາເມລິກາ ກ່າວຕໍ່ CNN ວ່າ: ການໂຈມຕີຄັ້ງນີ້ເປັນພຽງຈຸດເລີ່ມຕົ້ນ ແລະ ຈະມີການປະຕິບັດທາງທະຫານຕໍ່ເນື່ອງໄປອີກຫລາຍວັນ ຫລື ອາດເປັນອາທິດ ເຊິ່ງເຈົ້າໜ້າທີ່ລະດັບສູງກ່າວວ່າ: ການໂຈມຕີຕ້ອງໃຊ້ເວລາວາງແຜນ ເພາອາເມລິກາຕ້ອງຮວບຮວມຂໍ້ມູນຂ່າວເພື່ອໂຈມຕີເປົ້າໝາຍຂອງກຸ່ມຮູຕິໃຫ້ໄດ້ຜົນສູງສຸດ.
ຂະນະທີ່ວັນທີ 16 ມີນາ, ກຸ່ມຮູຕິອ້າງວ່າຍິງລູກສອນໄຟ ແລະ ໂດຣນ 18 ລູກ ໂຈມຕີເຂົ້າໃສ່ເຮືອບັນທຸກເຮືອບິນ USS Harry Truman ໃນທະເລແດງທາງເໜືອ ເພື່ອຕອບໂຕ້ການຮຸກຮານຂອງອາເມລິກາ ເຊິ່ງທ່ານ ອັບດຸລ ມາລິກ ອັລ-ຮູຕິ ຜູ້ນໍາກຸ່ມຮູຕິ ເຕືອນວ່າ: ຖ້າການໂຈມຕີຍັງດໍາເນີນຕໍ່ໄປ ພວກເຮົາຈະຕອບໂຕ້ໜັກຂຶ້ນ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ອາເມລິກາ 2 ທ່ານກ່າວວ່າ: ການໂຈມຕີດັ່ງກ່າວບໍ່ສົ່ງຜົນກະທົບຕໍ່ເຮືອບັນທຸກເຮືອບິນ ແລະ ຍັງບໍ່ແນ່ນອນວ່າຕ້ອງມີການສະກັດກັ້ນລູກສອນໄຟ ຫລື ບໍ່.
ອ້າງອີງ: