ອາເມລິກາພົບການລະບາດຂອງໄຂ້ຫວັດສັດປີກ H7N9 ຄັ້ງທໍາອິດໃນຮອບ 8 ປີ


ຖືເປັນຄັ້ງທໍາອິດນັບແຕ່ປີ 2017 ເຊິ່ງມີການກວດພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N9 ຢູ່ຟາມໄກ່ແຫ່ງໜຶ່ງຂອງອາເມລິກາ.
ອົງການພະຍາດລະບາດສັດສາກົນ (OIE) ອອກຖະແຫລງການ ໂດຍອ້າງເປັນຂໍ້ມູນຈາກລັດຖະບານອາເມລິກາ ຢືນຢັນພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N9 ຢູ່ຟາມໄກ່ແຫ່ງໜຶ່ງ ໃນລັດມິສຊິສຊິບປີ ໃນວັນທີ 13 ມີນາຜ່ານມາ.
ຟາມແຫ່ງດັ່ງກ່າວມີຂະໜາດໃຫຍ່ ໂດຍລ້ຽງໄກ່ໄຂ່ສູງເຖິງ 47,654 ໂຕ. ສ່ວນກະຊວງກະສິກໍາອາເມລິກາ ແລະ ກົມລ້ຽງສັດຂອງລັດມິສຊິສຊິບປີ ຍັງປະຕິເສດໃຫ້ຄໍາເຫັນຢ່າງເປັນທາງການກ່ຽວກັບສະຖານະການທີ່ເກີດຂຶ້ນ ເຊິ່ງຖືເປັນຄັ້ງທໍາອິດນັບແຕ່ປີ 2017 ທີ່ມີການຢືນຢັນພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N9 ໃນອາເມລິກາ.
ຂະນະທີ່ຂໍ້ມູນຈາກອົງການອະນາໄມໂລກ (WHO) ລະບຸວ່າ: ເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N9 ເຮັດໃຫ້ເກີດອັດຕາການເສຍຊີວິດຂ້ອນຂ້າງສູງໃນມະນຸດ ໂດຍພົບຄັ້ງທໍາອິດຢູ່ຈີນໃນປີ 2013 ຈົນຮອດປັດຈຸບັນ ມີການຢືນຢັນຜູ້ຕິດເຊື້ອຢ່າງໜ້ອຍ 1,568 ຄົນທົ່ວໂລກ ແລະ ເສຍຊີວິດແລ້ວ 616 ຄົນ ປະມານ 39%.