ຫວຽດນາມຕັ້ງເປົ້າໃຫ້ເຄືອຂ່າຍ 5G ຄວບຄຸມເຕັມຮູບແບບທົ່ວປະເທດໃນປີນີ້
March 17, 2025 - 3:58 PM


ຫວຽດນາມກໍານົດເປົ້າໝາຍມີເຄືອຂ່າຍສັນຍານ 5G ຄວບຄຸມພື້ນທີ່ໃຈກາງເມືອງ, ເຂດອຸດສາຫະກໍາ ແລະ ສູນກາງການຂົນສົ່ງແຫ່ງສໍາຄັນທົ່ວປະເທດພາຍໃນປີ 2025.
ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນເຖິງການເລັ່ງສ້າງການເປັນການຄ້າຂອງເຄືອຂ່າຍສັນຍານ 5G ແລະ ຂະຫຍາຍໂຄງລ່າງພື້ນຖານບອດແບນຄວາມໄວສູງ ໃຫ້ເປັນຕົວຂັບເຄື່ອນໃໝ່ໃນການພັດທະນາເສດຖະກິດ.
ຂໍ້ມູນຫລ້າສຸດຈາກຜູ້ໃຫ້ບໍລິການເຄືອຂ່າຍສັນຍານຂອງຫວຽດນາມ ລະບຸວ່າ: ຫວຽດເທວ ຜູ້ໃຫ້ບໍລິການໂທລະຄົມມະນາຄົມທີ່ດໍາເນີນງານໂດຍກອງທັບ ມີຈໍານວນຜູ້ໃຊ້ເຄືອຂ່າຍ 5G ສູງເຖິງ 5.5 ລ້ານຄົນ ແລະ ມີທ່າອ່ຽງສູງເຖິງ 10 ລ້ານຄົນ ພາຍໃນປີ 2025.
ສ່ວນ VNPT ຜູ້ໃຫ້ບໍລິການເຄືອຂ່າຍສັນຍານ ວີນາໂຟນ ໃຫ້ບໍລິການ 5G ຄວບຄຸມທັງ 63 ແຂວງ ແລະ ເມືອງທົ່ວຫວຽດນາມແລ້ວ.