ທ່ານ ທຣໍາ ລົງນາມຄໍາສັ່ງຕັດງົບອົງການສື່ ກະທົບໜັກ VOA ພັກວຽກພະນັກງານ 1,300 ຄົນ


ທ່ານ ໂດນັລ ທຣໍາ ປະທານາທິບໍດີຂອງອາເມລິກາ ລົງນາມຄໍາສັ່ງພິເສດຝ່າຍບໍລິຫານ ໃຫ້ຫລຸດການເຮັດວຽກຂອງຫລາຍໜ່ວຍງານລົງໃຫ້ເຫລືອພຽງຂັ້ນຕໍ່າຕາມກົດໝາຍກໍານົດ ເຊິ່ງລວມທັງອົງກອນສື່ຄື: USAGM (U.S. Agency for Global Media), ອົງກອນແມ່ຂອງສໍານັກຂ່າວ Voice of America (VOA), Radio Free Europe/Radio Liberty, Radio Free Asia, Middle East Broadcasting Networks ແລະ Radio Marti ເຊິ່ງສົ່ງຂ່າວພາສາແອັສປາຍໄປຫາກູບາ ໂດຍສົ່ງຜົນເຮັດໃຫ້ມີການຕັດງົບປະມານ ແລະ ພັກວຽກພະນັກງານຈໍານວນຫລາຍ.
ການລົງນາມຄໍາສັ່ງພິເສດດັ່ງກ່າວມີຂຶ້ນຫລັງຈາກສະພາຄອງເກຣດຜ່ານຮ່າງກົດໝາຍການຈັດສັນງົບປະມານສະບັບຫລ້າສຸດໃນຄືນວັນທີ 14 ມີນາຜ່ານມາ ຕາມເວລາທ້ອງຖິ່ນ.
ໂດຍທ່ານ ໄມເຄິລ ອັບຣາໂມວິດ ຜູ້ອໍານວຍການ VOA ເຜີຍແຜ່ຖະແຫລງການວ່າ: “ເປັນຄັ້ງທໍາອິດໃນຮອບ 83 ປີ ທີ່ Voice of America ເຊິ່ງມີປະຫວັດອັນມີກຽດກໍາລັງຖືກປິດປາກໃຫ້ງຽບ, ພະນັກງານເກືອບທັງໝົດຈາກພະນັກງານ 1,300 ຄົນຖືກສັ່ງພັກວຽກ.
“VOA ສົ່ງເສີມເສລີພາບ ແລະ ປະຊາທິປະໄຕທົ່ວໂລກ ດ້ວຍການບອກເລົ່າເລື່ອງລາວຂອງອາເມລິກາ ແລະ ດ້ວຍການນໍາສະເໜີຂ່າວສານ ແລະ ຂໍ້ມູນທີ່ເປັນກາງ ແລະ ເປັນກາງ ໂດຍສະເພາະສໍາລັບຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ການປົກຄອງແບບຜະເດັດການ” ທ່ານ ອັບຣາໂມວິດ ກ່າວ.
ອົງກອນນັກຂ່າວໄຮ້ພົມແດນ (Reporters Without Borders) ປະນາມການຕັດສິນໃຈຄັ້ງນີ້ວ່າເປັນການປະຖິ້ມບົດບາດທາງປະຫວັດສາດຂອງອາເມລິກາໃນຖານະຜູ້ປົກປ້ອງຂໍ້ມູນເສລີ ແລະ ຮຽກຮ້ອງໃຫ້ລັດຖະບານອາເມລິກາຮື້ຟື້ນການເຮັດວຽກຂອງ VOA ແລະ ຮຽກຮ້ອງໃຫ້ສະພາຄອງເກຣດ ແລະ ທ້ອງຖິ່ນຕ່າງໆ ຕໍ່ຕ້ານການເຄື່ອນໄຫວທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ທັງນີ້, USAGM ຍັງໄດ້ສົ່ງໜັງສືແຈ້ງຢຸດການໃຫ້ທຶນຕໍ່ Radio Free Asia ແລະ ສື່ອື່ນໆທີ່ຢູ່ພາຍໃຕ້ການເບິ່ງແຍງຂອງອົງກອນ.
ສໍາລັບ Voice of America ນໍາສະເໜີຂ່າວຢູ່ອາເມລິກາໄປຫາຫລາຍປະເທດ ໂດຍມີການແປເປັນພາສາທ້ອງຖິ່ນ. ຂະນະທີ່ Radio Free Asia, Europe ແລະ Marti ເຜີຍແຜ່ຂ່າວໄປປະເທດທີ່ປົກຄອງດ້ວຍລະບອບຜະເດັດການໃນພາກພື້ນຕ່າງໆເຊັ່ນ: ຈີນ, ສປປ ເກົາຫລີ ແລະ ຣັດເຊຍ.
ຜ່ານມາອາເມລິກາໄດ້ໃຫ້ທຶນສະໜັບສະໜູນຂ່າວຕ່າງປະເທດ ແລະ ການລາຍງານເຫດການປັດຈຸບັນທີ່ມຸ້ງເປົ້າໃສ່ຜູ້ຊົມທົ່ວໂລກມາຫລາຍທົດສະວັດ ເຊິ່ງຜູ້ນໍາພັກຣີພັບລິກັນ ແລະ ພັກເດໂມແຄຣດຕ່າງກໍສະໜັບສະໜູນຄວາມພະຍາຍາມຈະສົ່ງເສີມການເຜີຍແຜ່ຂ່າວສານທີ່ຖືກຕ້ອງ, ແນ່ນອນ ແລະ ຢຶດຖືຄ່ານິຍົມປະຊາທິປະໄຕ ທ່າມກາງການໂຄສະນາຊວນເຊື່ອຈາກຕ່າງປະເທດ.
ສ່ວນກຸ່ມຜູ້ສະໜັບສະໜູນທ່ານ ທຣໍາ ເບິ່ງວ່າ: ເຄືອຂ່າວອົງກອນສື່ເຫລົ່ານີ້ ເຊິ່ງຢູ່ໃນແຜນຕັດຫລຸດງົບປະມານຂອງທ່ານ ທຣໍາ ຢູ່ແລ້ວ ມີຂະໜາດໃຫຍ່ຈົນເກີນໄປ ອີກທັງຍັງຫລ້າຫລັງ.
ເຖິງຢ່າງໃດກໍຕາມ, ກຸ່ມຜູ້ສະໜັບສະໜູນອົງກອນສື່ຫລາຍຄົນເບິ່ງວ່າ: ການທີ່ອາເມລິກາຍຸບເຄືອຂ່າຍສື່ເຫລົ່ານີ້ ເທົ່າກັບເປັນການຍອມຍົກຄື້ນຄວາມຖີ່ໃຫ້ຈີນ ແລະ ມະຫາອໍານາດອື່ນໆຂອງໂລກ ເຊິ່ງສົ່ງຜົນເຮັດໃຫ້ຜົນປະໂຫຍດຂອງອາເມລິກາໃນຕ່າງປະເທດໄດ້ຮັບຄວາມເສຍຫາຍ.
ອ້າງອີງ: