ເຖິງເວລາຢຸດແລ້ວຫລືບໍ່ ຄ່ານິຍົມເອົາສັດປ່າເປັນຂອງຕ້ອນແຂກ


ໂດຍ: ລຳເງິນ
ເມື່ອປ່າໄມ້ທໍາມະຊາດຍັງອຸດົມສົມບູນ ສັດນໍ້າ-ສັດປ່າ ທີ່ອາໄສກໍອຸດົມສົມູບນເຊັ່ນດຽວກັນ, ແຕ່ທ່ານຮູ້ຫລືບໍ່ ປະຊາກອນສັດນໍ້າ-ສັດປ່າ ໄດ້ຫລຸດລົງ ແລະ ກໍຫລຸດລົງຢ່າງໜ້າເປັນຫ່ວງ ຍ້ອນປ່າໄມ້ທີ່ຢູ່ອາໄສ ຂອງມັນຖືກທໍາລາຍ, ຖືກລ່າເປັນອາຫານ ແລະ ຊື້ຂາຍ. ແນວໃດກໍດີບັນຫານີ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເພີ່ມທະວີການຄຸ້ມຄອງສັດນໍ້າ-ສັດປ່າໂດຍໄດ້ເອົາໃຈໃສ່ ກວດກາລາດຕະເວນຢູ່ຂອບເຂດປ່າສະຫງວນ, ປ່າປ້ອງກັນແຫ່ງຊາດ, ເຂດຫລໍ່ແຫລມ ແລະ ອື່ນໆທັງອອກລະບຽບ ແລະ ມາດຕະການຫ້າມລ່າ, ຫ້າມຈັບສັດໃນໄລຍະສັດນໍ້າ-ສັດປ່າຖືພາ ແລະ ເກີດລູກຕິດພັນກັບການສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ.
ສັດນໍ້າ-ສັດປ່າ ປະເພດຫວງຫ້າມຢູ່ສປປ ລາວ ມີຫລາຍຊະນິດເຊັ່ນ: ສັດລ້ຽງລູກດ້ວຍນໍ້ານົມມີ 44 ຊະນິດ, ສັດເລືອຄານ 8 ຊະນິດ, ສັດປີກ 36 ຊະນິດ, ສັດນໍ້າ 7 ຊະນິດ, ສັດເຄິ່ງບົກເຄິ່ງນໍ້າ 1 ຊະນິດ( ປາຕີນ), ສ່ວນສັດນໍ້າ-ສັດປ່າ ປະເພດຄຸ້ມຄອງມີ ສັດລ້ຽງລູກດ້ວຍນໍ້ານົມ 15 ຊະນິດ, ສັດເລືອຄານ 13ຊະນິດ, ສັດປີກ 21 ຊະນິດ, ສັດນໍ້າ 9 ຊະນິດ ແລະ ແມງໄມ້ 7 ຊະນິດ. ແນວໃດກໍດີ, ມາຮອດປັດຈຸ ບັນມີບາງປະເພດສັດນໍ້າ-ສັດປ່າໃກ້ຈະສູນພັນ ຫລື ອາດສູນພັນໄປແລ້ວ ເນື່ອງຈາກການລ່າສັດເປັນອາ ຫານ, ຄ້າຂາຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.
ປັດຈຸບັນການຄຸ້ມຄອງສັດນໍ້າ-ສັດປ່າຢູ່ ສປປ ລາວ ໄດ້ອີງໃສ່ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ນິ ຕິກຳຕ່າງໆກ່ຽວຂ້ອງທັງເປີດກວ້າງການໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງສັງຄົມຕ່າງໆ ລວມເຖິງບັນດາຫົວໜ່ວຍທຸລະກິດໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ ແລະ ຄວາມສຳຄັນການອະ ນຸລັກສັດນໍ້າ-ສັດປ່າເພື່ອກາຍເປັນທ່າແຮງໜຶ່ງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດຊຶ່ງລັດໄດ້ສົ່ງເສີມບຸກຄົນ ແລະ ການຈັດຕັ້ງຂະຫຍາຍພັນສັດນໍ້າ-ສັດປ່າຕາມທໍາມະຊາດເພື່ອເພີ່ມປະຊາກອນສັດນໍ້າ-ສັດປ່າໃຫ້ຫລາຍຂຶ້ນ. ນອກນີ້ຍັງໄດ້ຟື້ນຟູບູລະນະທີ່ຢູ່ອາໄສລວມທັງແຫລ່ງອາຫານ ແລະ ແຫລ່ງແພ່ພັນ ເພື່ອໃຫ້ສັດປ່າດຳລົງຊີວິດຢ່າງປົກກະຕິ ທັງປຸກລະດົມທົ່ວປວງຊົນ ໃຫ້ມີສ່ວນຮ່ວມຂະຫຍາຍສັດນໍ້າ-ສັດປ່າຢ່າງກວ້າງຂວາງ ແລະ ຮູ້ເຖິງການຄຸ້ມຄອງສັດນໍ້າ-ສັດປ່າທີ່ຍັງມີຊີວິດ, ການລັກຊື້ຂາຍ, ການລ່າສັດຫວງຫ້າມ, ການລ່າສັດໃນລະດູການຂະຫຍາຍພັນ, ການລ່າສັດນໍ້າ-ສັດປ່າແບບດັບສູນ ແລະ ອື່ນໆ.
ການຄຸ້ມຄອງສັດນໍ້າ-ສັດປ່າແມ່ນໜ້າທີ່ຂອງທຸກຊັ້ນຄົນ ຊຶ່ງຕ້ອງໄດ້ມີສ່ວນຮ່ວມ ໂດຍການຢຸດລ່າສັດທຸກຮູບການ, ຫ້າມຊື້-ຂາຍສັດ, ຫ້າມນຳເອົາມາປຸງແຕ່ງອາຫານຕ້ອນຮັບແຂກ ຫລື ເປັນຂອງຕ້ອນ, ຫ້າມທໍາ ລາຍປ່າໄມ້ຊະຊາຍ ແລະ ອື່ນໆ. ເມື່ອໃດທົ່ວສັງຄົມຮ່ວມກັນປະຕິບັດກົດໝາຍ, ລະບຽບການລວມທັງຢຸດຄ່ານິຍົມທີ່ຜິດໆ, ປະຊາກອນສັດນໍ້າ-ສັດປ່າຢູ່ປະເທດລາວເຮົາ ກໍຈະນັບມື້ແພ່ຂະຫຍາຍເພີ່ມຂຶ້ນໃນທົ່ວປະ ເທດ ລວມທັງສາມາດສ້າງຄວາມຍືນຍົງຕະຫລອດໄປເມື່ອນັ້ນ.