ເຊຣີເນື້ອຫອມ ລີເວີພູລ-ແມນເຊັສເຕີ ຊິຕີ້ ຫວັງດຶງຕົວຮ່ວມທີມປີໃໝ່ນີ້


ໝອງ ມິເຊລ ເຊຣີ ກອງກາງ ນິຊ ກຳລັງເນື້ອຫອມ ເມື່ອມີຂ່າວ ລິເວີພູລ ແລະ ແມນເຊັສເຕີ ຊິຕີ້ ຕ່າງພ້ອມເດີນໜ້າດຶງຕົວມາເສີມທີມປີໃໝ່ນີ້, ຫລັງນັກເຕະ ໄອວໍຣີໂຄສ ເຄີຍເກືອບຍ້າຍໄປຢູ່ ບາເຊໂລນາ ໃນຜ່ານມາ.
ກ່ອນໜ້ານີ້ ເຊຣີ ເຄີຍເກືອບຈະໄດ້ຍ້າຍໄປຢູ່ ບາເຊໂລນາ ຍອດທີມແຫ່ງສະເປນ ໃນລະດູການຜ່ານມາ ກ່ອນຂໍ້ຕົກລົງດັ່ງກ່າວຈະຍົກເລີກໃນທີ່ສຸດ, ແຕ່ຫລ້າສຸດມີລາຍງານວ່ານັກເຕະ ໄອວໍຣີໂຄສ ອາດຈະໄດ້ຍ້າຍໄປຫລິ້ນໃນອັງກິດ ໂດຍມີ ລີເວີພູລ ແລະ ແມນເຊັສເຕີ ຕິຊີ້ ສະແດງຄວາມສົນໃຈດຶງຕົວໄປຮ່ວມທີມ.
ຈາກອະນາຄົດທີ່ບໍ່ແນ່ນອນຂອງ ເອັມເຣ່ ຊານ ກອງກາງຊາວເຢຍລະມັນ ເຮັດໃຫ້ ລີເວີພູລ ຕ້ອງການໄດ້ກອງກາງຄົນໃໝ່ເຂົ້າມາເສີມທີມ, ເຖິງວ່າພວກເຂົາໄດ້ຕົກລົງດຶງຕົວ ນາປິ ເກອິຕ້າ ຈອມທັບຕົວເກັ່ງ ແອຣເບ ໄລຊິກ ສະໂມສອນແຫ່ງລີກເຢຍລະມັນ ລ່ວງໜ້າແລ້ວກໍຕາມ.
ຂະນະທີ່ ນິຊ ເຄີຍປະຕິເສດຂໍ້ສະເໜີຈຳນວນ 35 ລ້ານປອນ ທີ່ ບາເຊໂລນາ ຍື່ນຂໍຊື້ ເຊຣີ ມາແລ້ວກ່ອນໜ້ານີ້ ແຕ່ເຊື່ອວ່າດ້ວຍເງິນຈຳນວນດັ່ງກ່າວອາດພຽງພໍຈະເຮັດໃຫ້ຕົ້ນສັງກັດຍິນຍອມປ່ອຍນັກເຕະອາຍຸ 26 ປີ ອອກຈາກທີມໃນເດືອນມັງກອນນີ້.