ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ

ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ - 484504443 1217288573740290 1919219145961860398 n - ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ
ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ - kitchen vibe - ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ

ວັນທີ 14 ມີນາ 2025 ນີ້ ກະຊວງການເງິນ ຖະແຫຼງຂ່າວກ່ຽວກັບການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ສົກປີ 2025 ອອກໂດຍກະຊວງການເງິນ ຜ່ານຕະຫຼາດຫຼັກ ຊັບລາວ.

ທ່ານ ວິເລດ ກິນນາວົງ ຫົວຫນ້າກົມຫນີ້ສິນສາທາລະນະ, ກະຊວງການເງິນ ກ່າວວ່າ: ກະຊວງການເງິນໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ປີນີ້ໄດ້ກ້າວເຂົ້າສູ່ປີທີ 8 ແລ້ວ, ເລີ່ມແຕ່ປີ 2018 ຫາ ປີ 2025, ຊຶ່ງເຫັນວ່າການຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວໄດ້ຮັບການ ຕອບຮັບເປັນຢ່າງດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ.

ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ - Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ

ໃນໄລຍະຜ່ານມາ, ກະຊວງການເງິນ ໄດ້ຮ່ວມມືກັບ ຕະຫຼາດ ຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ແລະ ບໍລິສັດຫຼັກຊັບ LDB-S ໃນການຈໍາໜ່າຍພັນທະບັດລັດຖະບານທີ່ອອກຈຳໜ່າຍໂດຍກະຊວງການ ເງິນ ຜ່ານຕະຫຼາດຫຼັກຊັບລາວ, ເລີ່ມແຕ່ ປີ 2018 ເບື້ອງຕົ້ນພວກເຮົາມີການຈໍາໜ່າຍພັນທະບັດລັດຖະບານສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງມີການອອກຈໍາໜ່າຍສະກຸນເງິນໂດລາ ໃນປີ 2020, ສະກຸນເງິນບາດ ໃນປີ 2023 ແລະ ສະກຸນເງິນຢວນ ໃນປີ 2024 ຕາມລໍາດັບ. ຊຶ່ງມາຮອດປະຈຸບັນ ກະຊວງການເງິນໄດ້ອອກຈຳໜ່າຍພັນທະບັດ ຜ່ານຕະຫຼາດຫຼັກຊັບ ລວມມີ: ສະກຸນເງິນກີບ 11,400 ຕື້ກີບ, ສະກຸນເງິນໂດລາ 350 ລ້ານໂດລາ, ສະກຸນເງິນບາດ 15,500 ລ້ານບາດ, ສະກຸນເງິນຢວນ 500 ລ້ານຢວນ.

ຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ໂດຍຄົບຕາມຈຳ ນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ ເຊິ່ງບໍ່ມີການຜິດນັດຊໍາລະ ເກີດຂຶ້ນຈັກຄັ້ງເລີຍ ນີ້ແມ່ນຂີດໝາຍສໍາຄັນອັນໜຶ່ງທີ່ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.

ທ່ານ ວິເລດ ກິນນາວົງ ກ່າວຕື່ມວ່າ: ທາງກະຊວງການເງິນຂໍຊົມເຊີຍບັນດາທ່ານ ແລະ ທຸກໆພາກສ່ວນທີ່ເອົາໃຈໃສ່ຮ່ວມມືຈໍາໜ່າຍ ຈົນປະສົບຜົນສໍາເລັດ 7 ປີຜ່ານມາ. ຈາກຜົນງານອັນໂດດເດັ່ນຜ່ານມາ ທາງກະຊວງການເງິນຈຶ່ງຕົກລົງ ເຫັນດີສືບຕໍ່ໃຫ້ມີການຈໍາໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫຼາດ ຫຼັກຊັບລາວ ລວມມີ ສະກຸນເງິນກີບ ຈໍານວນ 2,700 ຕື້ກີບ, ສະກຸນເງິນໂດລາສະຫະລັດ ຈໍານວນ 100 ລ້ານໂດລາ, ສະກຸນເງິນບາດ ຈໍານວນ 6,500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ເປັນຕົ້ນ ໄປຈົນກວ່າຈະສໍາເລັດ.

ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ - 5 - ກະຊວງການເງິນ ອອກພັນທະບັດລັດຖະບານຊຸດໃໝ່ ລວມມີ 4 ສະກຸນເງິນ ຜ່ານຕະຫຼາດຫຼັກຊັບລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!