ສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາ ສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີຄັ້ງທີ 2


ອະນຸກຳມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດປີ 2025 ໄດ້ຈັດພິທີຜ່ານການສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຄັ້ງທີ 2 ຂຶ້ນໃນວັນທີ 14 ມີນານີ້ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ການສະແດງຄັ້ງນີ້ໄດ້ແບ່ງອອກເປັນສອງພາກ: ພາກທີໜຶ່ງ ແມ່ນການສະແດງວົງດົນຕີອໍແກສຕຣ້າມີ 3 ບົດເພງຄື: ເພງສຽງປືນສະຫຼອງໄຊ; ເພງຈົດຈໍາບຸນຄຸນພັກ ແລະ ເພງກ້າວສ້າງສະຫວັນເມືອງລາວ; ການສະ ແດງພາກທີສອງ ເປັນການສະແດງປະສົມປະສານໃນຫົວຂໍ້ 70 ປີໃຕ້ຮົ່ມທຸງຂອງພັກ ໄດ້ແບ່ງເປັນສີ່ຕອນຄື: ຕອນທີໜຶ່ງ: ສຸກໃຈບ້ານເກີດ ຊຶ່ງມີເນື້ອໃນເວົ້າເຖິງຄວາມອຸດົມຮັ່ງມີ ແລະ ສວຍສົດງົດງາມຂອງທຳມະຊາດ ແລະ ຄວາມອຸດົມສົມບູນທາງດ້ານວັດທະນະທຳ, ຮີດຄອງປະເພນີ, ເວົ້າເຖິງຊີວິດອັນຜາສຸກ ຮົ່ມເຢັນຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ; ຕອນທີສອງ: ຢາດເລືອດ ແລະ ນໍ້າຕາປະເທດລາວ, ຄົນລາວ ເປັນຜູ້ມັກຢູ່ໃນຄວາມສັນຕິຮົ່ມເຢັນ, ບໍ່ເຄີຍໄປບຽດບຽນ ແລະ ທຳຮ້າຍຜູ້ໃດ. ແຕ່ກົງກັນຂ້າມຜືນແຜ່ນດິນທີ່ອຸດົມສົມບູນ ແລະ ຜູ້ຄົນທີ່ຢູ່ໃນສິນກິນໃນທຳແຫ່ງນີ້ ພັດເປັນບ່ອນຈ້ອງມອງ ແລະ ຖືກຮຸກຮານຮາວີຈາກພວກສັກດີນາຕ່າງດ້າວ ກໍຄືພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເຮັດໃຫ້ເລືອດ ແລະ ນໍ້າຕາຂອງປະຊາຊົນລາວບັນດາເຜົ່າລິນໄຫຼອາບທາຜືນແຜ່ນດິນແຫ່ງນີ້ຕະຫຼອດມາ; ຕອນທີສາມ: ວິລະກຳອາດຫານພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ກໍຄືພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ຊຶ່ງໄດ້ເຕົ້າໂຮມເອົາປະຊາ ຊົນລາວບັນດາເຜົ່າເດັດດ່ຽວລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູຜູ້ມາຮຸກຮານຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ ຈົນສາມາດປົດປ່ອຍປະເທດຊາດບ້ານເມືອງ ຍາດເອົາເອກະລາດ ອິດສະຫຼະພາບ ແລະ ເປັນເຈົ້າຕົນເອງຢ່າງສົມບູນໃນວັນທີ 2 ທັນວາຢ່າງສະຫງ່າອົງອາດ ແລະ ຕອນທີສີ່: ກ້າວສູ່ການພັດທະນາ, ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ ພັກເຮົາໄດ້ວາງສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກນັ້ນ, ພັກເຮົາກໍໄດ້ນຳພາປະເທດຊາດກ້າວສູ່ການປ່ຽນແປງຮອບດ້ານຢ່າງມີຫຼັກການ ທົ່ວພັກ ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າໄດ້ມີຄວາມເຊື່ອໝັ້ນ ແລະ ກ້າວເດີນຕາມການນຳພາຂອງພັກ, ປະເທດເຮົາໄດ້ມີສະຖຽນລະພາບທາງດ້ານການເມືອງ ມີຜົນສຳເລັດອັນໃຫຍ່ຫຼວງ ແລະ ຕໍ່ເນື່ອງໃນການພັດທະນາທາງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມໃນແຕ່ລະດ້ານ. ບ້ານເມືອງ ແລະ ປະຊາຊົນເຮົາມີຄວາມສຸກໃຈຢູ່ໃຕ້ບັນຍາກາດແຫ່ງສັນຕິພາບ, ມີຄວາມສະຫງົບຮົ່ມເຢັນ, ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມກັນປົກປ້ອງເຂດນໍ້າແດນດິນໄວ້ຢ່າງໝັ້ນຄົງ ຊື່ສຽງ ແລະ ບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວນັບມື້ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ. ການສະແດງຄັ້ງນີ້ໄດ້ນໍາໃຊ້ນັກສະແດງເກືອບ 300 ຄົນທີ່ມາຈາກກອງສິລະປະກອນແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ວິທະຍາໄລສິລະປະແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍະສິນແຫ່ງຊາດ ແລະ ສິນລະປິນຮັບເຊີນອີກຈຳນວນໜຶ່ງ.


ທີ່ມາ: ໜັງສືພິມປະຊາຊົນ