ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ

- 484180612 980639510916511 3112516944623677747 n - ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ
- kitchen vibe - ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ

ໂດຍ: ຜາຕຸງ

ເມື່ອຕົ້ນເດືອນຜ່ານມານີ້ ພວກເຮົາຫາກໍສະເຫລີມສະຫລອງ ວັນແມ່ຍິງສາກົນ ອັນເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ສະແດງເຖິງສິດທິຄວາມເທົ່າທຽມລະຫວ່າງຍິງຊາຍ ປາສະຈາກການເອົາລັດເອົາປຽບ ແລະ ຕໍ່ຕ້ານການໃຊ້ຄວາມຮຸນແຮງ ລວມທັງການລ່ວງລະເມີດທາງເພດ, ການລວນລາມຮ່າງກາຍຈິດໃຈທີ່ເປັນການຝືນຕໍ່ລະບຽບກົດໝາຍສິລະທຳ ແລະ ເປັນພຶດຕິກຳທີ່ບໍ່ເໝາະສົມ ເປັນການສະແດງໃຫ້ເຫັນເຖິງຄວາມໄຮ້ມະນຸດສະທຳ ຄວາມເຫັນແດ່ຕົວຂອງບຸກຄົນ ທັງໝົດນັ້ນ ພວກເຮົາທຸກຄົນຄວນໄດ້ຮັບຮູ້ ແລະ ປະຕິບັດຢ່າງເໝາະສົມ.

- Visit Laos Visit SALANA BOUTIQUE HOTEL - ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ

ຢ່າງໃດກໍຕາມ ເຖິງແມ່ນວ່າວັນແມ່ຍິງໄດ້ຮັບການຍອມຮັບ ແລະ ສະເຫລີມສະຫລອງ ທັງມີການຈັດກິດຈະກຳ ມາຕະຫລອດ 115 ປີ ແຕ່ເຫດການທີ່ແມ່ຍິງຖືກລ່ວງລະເມີດ, ຖືກຈຳກັດສິດ ແລະ ຖືກເອົາລັດເອົາປຽບໃນຫລາຍໆດ້ານນັ້ນຍັງປາກົດແກ່ສາຍຕາຂອງສັງຄົມໂລກ ແລະ ສັງຄົມລາວຢູ່ບໍ່ເວັ້ນ  ມີໃຫ້ເຫັນເປັນປະຈຳ. ນັ້ນສະແດງວ່າ ພວກເຮົາມີແຕ່ຂະບວນການ ຮູບການ ແຕ່ເນື້ອແທ້ແລ້ວ ສິດທິຄວາມເທົ່າທຽມ ຄວາມສະເໝີພາບລະຫວ່າງຍິງຊາຍ ການຖືເອົາຜູ້ຊາຍເປັນໃຫຍ່ນັ້ນຍັງບໍ່ໄດ້ຫາຍໄປຈາຫສັງຄົມ ແລະ ທີ່ແນ່ນອນທີ່ສຸດຄື ແມ່ຍິງຍັງຕົກຢູ່ໃນຝ່າຍເສຍປຽບ.

ເຫດການລວນລາມແມ່ຍິງໃນແທັກຊີ ທີ່ຫາກໍເກີດວັນທີ 12 ມີນານີ 2025 ນີ້ ເປັນເຫດການທີ່ບໍ່ຄວນຈະເກີດ ແຕ່ມັນກໍເກີດຂຶ້ນຈົນໄດ້ ຄືດັ່ງທຸກຄົນຄົງຈະເຫັນຄລິບແລ້ວ ເຮັດໃຫ້ສັງຄົມຕ່າງກໍວິພາກວິຈານໄປຕ່າງໆນານາ ມັນເປັນການທຳລາຍພາບພົດຂອງແທັກຊີ່ທີ່ດີ ຜູ້ມີຈັນຍາບັນ ຫາກິນດ້ວຍຄວາມຊື່ສັດ ເຊິ່ງມັນສົ່ງຜົນກະທົບຕໍ່ເຂົາເຈົ້າບໍ່ໜ້ອຍ, ເປັນພາບທີ່ສ້າງຄວາມຢ້ານກົວແກ່ສັງຄົມ ເປັນປາກົດການຫຍໍ້ທໍ້ ເຖິງແມ່ນວ່າ ໜຸ່ມຄົນນັ້ນໄດ້ອອກມາຂອງໂທດຕໍ່ສັງຄົມຫວັງໃຫ້ສັງຄົມໃຫ້ອະໄພ ແລະ ຂໍໂອກາດ ໂດຍໃຫ້ເຫດຜົນວ່າ ທີ່ເຮັດໄປຂາດສະຕິ  ແຕ່ສິ່ງເຫລົ່ານັ້ນກໍບໍ່ຄວນເກີດຂຶ້ນຢູ່ດີ.

ຜາຕຸງເຫັນວ່າ ການກະທຳໃນລັກສະນະແນວນີ້ມັນ ເປັນການກະທຳທີ່ບໍ່ເໝາະສົມ ເປັນພຶດຕິກຳຕໍ່າຊາມ, ຜູ້ໃດເຮັດລົງໄປສະແດງໃຫ້ເຫັນຈິດໃຈອັນສົກກະປົກ ເອົາກິເລດຕັນຕາຕາຮ້ອນມາປິດບັງຄຸນນະທຳ ຈັນຍາບັນວິຊາຊີບ ທັງເປັນການກະທຳຜິດຕໍ່ກົດໝາຍອາຍາ ແລະ ຜິດຕໍ່ສິລະທຳຄຳສອນ. ອີກດ້ານໜຶ່ງຜູ້ທີ່ຖືກກະທຳ ກໍຄວນສັງລວມສະຕິຄືນໃໝ່ໂດຍສະເພາະແມ່ນການແຕ່ງຕົວຄວນໃຫ້ເໝາະສົມ ຈິງຢູ່ວ່າໃນຍຸກນີ້ແລ້ວການນຸ່ງຖືເປັນສິດເສລີພາບຂອງບຸກຄົນ ແຕ່ເສລີພາບນັ້ນກໍຄວນຄຳນຶງເຖິງຂະນົບທຳນຽມປະເພນີການນຸ່ງຖື ອັນດີງາມຂອງແມ່ຍິງລາວ ຂອງຊາດລາວ ບໍ່ຄວນໂປ້ເປືອຍລໍ່ແຫຼມ ສັ້ນເຂີນຈົນເກີນໄປ ເພາະການເຮັດເຊັ່ນນັ້ນເປັນການທຳລາຍຕົນເອງທັງທາງກົງ ແລະ ທາງອ້ອມ, ຜູ້ຍິງລາວ ເປັນຄົນສະຫງ່ຽມຄ່ຽມຄົມ ການນຸ່ງຖື ສຸພາບຮຽບຮ້ອຍ ຢ້ານແຕ່ສັງຄົມເບິ່ງເຮົາໄປໃນທາງບໍ່ດີ ທັງເຂົ້າກັບສຸພາສິດທີ່ວ່າ ນໍ້າບໍ່ຍ້ອຍຮ້ອຍບໍ່ໄຕ່ ອັນນີ້ເວົ້າໃນທາງລວມເພາະຫລາຍຄົນຫລາຍແນວຄິດ.

ສຸດທ້າຍແລ້ວພວກເຮົາກໍຫວັງວ່າພາກສ່ວນກ່ຽວຂ້ອງ ຄົງບໍ່ປ່ອຍປະລະເລີຍເລື່ອງນີ້ໄປແບບງ່າຍໆດອກເນາະ ເພາະວ່ານອກ ຈາກເປັນການທຳລາຍຊື່ສຽງຂອງບໍລິສັດແລ້ວ ມັນຍັງເປັນໄພຄຸຄາມທີ່ໜ້າຢ້ານທີ່ສຸດສຳລັບຄົນໂດຍສານ ທີ່ເປັນເພດຍິງ, ເປັນການຖືກລວນລາມແທ້ບໍ ຫລື ວ່າຮ່ວມກັນສ້າງຂຶ້ນ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງຮີບເລັ່ງປາບປາມແກ້ໄຂຢ່າປ່ອຍໄວ້ເປັນໄພຕໍ່ສັງຄົມຕື່ມອີກ.

- 5 - ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!