ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ

- 484872789 1211531393993648 5633208742818925055 n - ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ
- kitchen vibe - ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ

ໃນວັນທີ 14 ມີນາ 2025 ຫ້ອງວ່າການສູນກາງພັກ, ໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີຄະນະພັກ ຄຈສພ, ການນໍາພັກ-ລັດ ແລະ ສະມາຊິກພັກ-ພະນັກງານຜູ້ເຮັດວຽກງານຈັດຕັ້ງ ທັງຢູ່ສູນກາງ ແລະ ທ້ອງຖີ່ນ ເຂົ້າຮ່ວມ.

ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄຈສພ ໄດ້ຜ່ານບົດລາຍງານ ກ່ຽວກັບການກຳເນີດ ແລະ ການເຕີບໃຫຍ່ຂອງຄະ ນະຈັດຕັ້ງສູນກາງພັກ ໃນຕະຫຼອດໄລຍະ 70 ປີຜ່ານມາວ່າ: ຕະຫຼອດໄລຍະການເຄື່ອນໄຫວຂອງ ຄຈສພ ໄດ້ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນແຕ່ ລະໄລຍະ; ໄດ້ເປັນເຈົ້າການຄົ້ນຄວ້າ ກຳນົດແນວທາງ, ຫຼັກການ ທິດນຳກ່ຽວກັບວຽກງານຈັດຕັ້ງແຕ່ລະໄລຍະ, ຜັນຂະຫຍາຍແນວທາງການເມືອງ, ມະຕິກອງປະຊຸມໃຫຍ່ຂອງພັກ ມາເປັນແນວ ທາງການ ຈັດຕັ້ງ ແລະ ຊີ້ນຳໃນການຈັດຕັ້ງປະຕິບັດ ທັງເປັນເສນາທິການຊ່ວຍສູນກາງພັກ, ກົມການເມືອງ ຄະນະ ເລຂາທິການສູນກາງພັກ ກະກຽມດ້ານເນື້ອໃນວຽກງານພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ກະກຽມ ແລະ ດໍາເນີນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແຕ່ລະຄັ້ງ, ປະ ກອບສ່ວນເຂົ້າໃນການປັບປຸງ, ດັດແປງກົດລະບຽບພັກແຕ່ລະສະໄໝ ນັບແຕ່ສະໄໝທີ I ເຖິງສະໄໝທີ XI, ເຮັດໜ້າທີ່ຄຸ້ມຄອງພະນັກງານຂັ້ນສູນກາງ ຊ່ວຍສູນກາງພັກ, ຮັບປະກັນເຮັດໃຫ້ພະນັກງານເຕີບໃຫຍ່, ເຂັ້ມແຂງ, ສາມາດເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

- Visit Laos Visit SALANA BOUTIQUE HOTEL - ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ

ດ້ວຍຜົນງານ ແລະ ມູນເຊື້ອການເຄື່ອນໄຫວ ທີ່ຂະຫຍັນຂັນແຂງ, ການປະກອບສ່ວນອັນໃຫຍ່ຫຼວງຂອງ ຄຈສພ ໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດໃນປັດຈຸບັນ; ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນຄຳແຫ່ງຊາດ ຊຶ່ງເປັນຫຼຽນທີ່ມີຄຸນຄ່າສູງສຸດ ຂອງ ສປປ ລາວ ໃຫ້ແກ່ ຄຈສພ; ໃຫ້ກຽດປະດັບຫຼຽນຄຳແຫ່ງຊາດ ໂດຍສະຫາຍ ທອງລຸນ ສີສຸລິດ.

ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້, ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດ ຕໍ່ພິທີທີ່ມີຄວາມໝາຍສຳຄັນນີ້ ວ່າ: ຖ້າທຽບໃສ່ 70 ປີກ່ອນນີ້, ພວກເຮົາມີສະມາຊິກພັກ ພຽງແຕ່ 300 ສະຫາຍ, ມີແຕ່ 11 ໜ່ວຍພັກ, ມາເຖິງ ປັດຈຸບັນ ພວກເຮົາມີສະມາຊິກພັກ ເຖິງ 415,784 ສະຫາຍ, ມີ 24,440 ຮາກຖານພັກ. ດັ່ງນັ້ນ, ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ສາມາດເວົ້າໄດ້ວ່າ: 70 ປີແຫ່ງການສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ເປັນ 70 ປີ ແຫ່ງຄວາມພູມໃຈ ຕໍ່ຄວາມເຕີບໃຫຍ່ຂອງພັກເຮົາ ແລະ ຂອງຜູ້ປະຕິບັດໜ້າທີ່ ໃນວຽກງານຈັດຕັ້ງ, ພະນັກງານ ທີ່ຖືກມອບໝາຍຄື ການນໍາ ແລະ ພະນັກງານທຸກຂັ້ນ ແລະ ທຸກໆຄົນ ທີ່ເຮັດວຽກຈັດຕັ້ງ-ພະນັກງານຜ່ານມາ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານກໍ່ສ້າງພັກ, ສ້າງພະນັກງານ ແລະ ເຮັດວຽກບູລະນະການການຈັດຕັ້ງໃຫ້ພັກ ໃຫ້ລັດ ຂອງປະ ເທດເຮົາ ໃນທຸກຍຸກທຸກສະໄໝ. ໃນເວລາດຽວກັນ, ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການ ການນໍາພາຂອງວຽກງານຈັດຕັ້ງ ແລະ ພະນັກງານຂອງພັກເຮົາ ໃນພາລະກິດບູລະນະແນວທາງພະນັກງານ, ປັບປຸງບູລະນະການຈັດຕັ້ງໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ.

- 484071146 1211532153993572 2927635535769295686 n 1024x507 - ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ

ໃນພິທີ ອັນສະຫງ່າລາສີນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ກໍຄືຂະແໜງຈັດຕັ້ງທົ່ວປະເທດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ການນໍາພັກ-ລັດ ທີ່ໃຫ້ທິດຊີ້ນຳຕະຫຼອດໄລຍະ 70 ປີຜ່ານມາ ຊຶ່ງແມ່ນໝາກຜົນແຫ່ງການນໍາພາ-ຊີ້ນໍາຢ່າງໃກ້ຊິດເປັນປະຈໍາຂອງກົມການເມືອງ, ຄະນະເລຂາທິການສູນກາງພັກໂດຍສະເພາະແມ່ນການຊີ້ນໍາໂດຍກົງ-ຮອບ ດ້ານ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກໍຄືສະຫາຍຜູ້ປະຈຳ ການຄະນະເລຂາທິການສູນກາງພັກ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຈັດຕັ້ງຂອງພັກຕະຫຼອດມາ ແລະ ມີທັດສະນະຊີ້ນຳຂອງພັກ ທີ່ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ.

ຂ່າວ: ຄະນະຈັດຕັ້ງສູນກາງພັກ

- 3 - ສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງ ຄະນະຈັດຕັ້ງສູນກາງພັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!