ທະຫານປາກິດສະຖານບຸກຊ່ວຍຕົວປະກັນໃນລົດໄຟ ວິສາມັນກຸ່ມແບ່ງແຍກດິນແດນ 33 ສົບ


ກອງກໍາລັງຄວາມໝັ້ນຄົງປາກິດສະຖານລະດົມກໍາລັງບຸກຊ່ວຍຕົວປະກັນໃນຂະບວນລົດໄຟທີ່ຖືກກຸ່ມແບ່ງແຍກດິນແດນຢຶດ ສາມາດວິສາມັນຄາດຕະກໍາຜູ້ກໍ່ການຮ້າຍໄດ້ທັງໝົດ 33 ຄົນໃນວັນທີ 12 ມີນາ ຫລັງຈາກເຫດການຈັບຕົວປະກັນຍືດເຍື້ອມາກວ່າ 1 ວັນ.
ສໍານັກຂ່າວຣອຍເຕີລາຍງານວ່າ: ເຫດການນີ້ເລີ່ມຂຶ້ນໃນວັນທີ 11 ມີນາ ໂດຍກຸ່ມແບ່ງແຍກດິນແດນໄດ້ວາງລະເບີດລາງລົດໄຟ ແລະ ຍິງປືນໃສ່ຂະບວນລົດໄຟຈາບຟາ ເອັກເພຣສ (Jaffar Express) ເຊິ່ງບັນທຸກຜູ້ໂດຍສານ 440 ຄົນ ຂີ່ຈາກເມືອງເຄວຕາ ເມືອງຫລວງຂອງແຄວ້ນບາລູຈິສະຖານ ມຸ້ງໜ້າສູ່ເມືອງເປສະວາໃນແຄວ້ນແຄບາປັດຕູນຄວາ.
ກອງທັບປາກິດສະຖານຢືນຢັນວ່າ: ຕົວປະກັນ 21 ຄົນ ແລະ ກອງກໍາລັງຄວາມໝັ້ນຄົງ 4 ຄົນເສຍຊີວິດໃນເຫດການນີ້.
ກ່ອນມີປະກາດຈາກກອງທັບປາກິດສະຖານ, ທາງກອງທັບປົດປ່ອຍບາລູຈິສະຖານ (BLA) ເຊິ່ງເປັນກຸ່ມຕິດອາວຸດຊາດພັນທີ່ອ້າງຕົວວ່າເປັນຜູ້ກໍ່ເຫດ ລະບຸວ່າ: ໄດ້ສັງຫານຜູ້ໂດຍສານແລ້ວ 50 ຄົນໃນວັນທີ 12 ມີນາ ແລະ ລະບຸໃນວັນທີ 11 ມີນາວ່າ: ມີຕົວປະກັນໃນມື 214 ຄົນ ເຊິ່ງສ່ວນຫລາຍເປັນເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງ.
BLA ຂູ່ວ່າຈະສັງຫານຕົວປະກັນຖ້າບໍ່ມີການປ່ອຍນັກໂທດການເມືອງ, ນັກເຄື່ອນໄຫວ ແລະ ຜູ້ສູນຫາຍຊາວບາລູຈິສະຖານທີ່ຖືກກອງທັບລັດຖະບານຄວບຄຸມ ພາຍໃນ 48 ຊົ່ວໂມງ.
ທັງນີ້, BLA ຖືເປັນກຸ່ມຕິດອາວຸດຊາດພັນໃຫຍ່ທີ່ສຸດໃນບັນດາກຸ່ມຕໍ່ຕ້ານລັດຖະບານປາກິດສະຖານໃນແຄວ້ນບາລູຈິສະຖານ ດິນແດນທີ່ອຸດົມໄປດ້ວຍແຮ່ທາດ ແລະ ມີຊາຍແດນຕິດກັບອັບການິດສະຖານ ແລະ ອີຣານ.